ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຈະມີການໂຕ້ວາທີເຊິ່ງໄດ້ຖ່າຍຖອດສົດທາງໂທລະພາບ
ຜູ້ອອກສະໝັກຮັບເລືອກຕັ້ງ Marine Le Pen ແລະ
ຜູ້ອອກສະໝັກຮັບເລືອກຕັ້ງ Emmanuel Macron
(ພາບ: Daily Express)
(vovworld) - ຜູ້ອອກສະໝັກຮັບເລືອກຕັ້ງພັກສາຍກາງ Emmanuel Macron ແລະ ຜູ້ອອກສະໝັກຮັບເລືອກຕັ້ງພັກຝ່າຍຂວາ (FN) ທ່ານນາງ Marine Le Pen ຈະມີການໂຕ້ວາທີເຊິ່ງໄດ້ຖ່າຍຖອດສົດທາງໂທລະພາບ ໃນວັນທີ 03/05, ກ່ອນ 4 ວັນທີ່ຈະດຳເນີນການເລືອກຕັ້ງປະທານາທິບໍດີຝລັ່ງ ຮອບທີ 2 ຄືດັ່ງໄດ້ຄາດຄະເນໄວ້. ຕາມຂໍ້ມູນຂ່າວຈາກຜູ້ຊ່ວຍວຽກບາງທ່ານຂອງຜູ້ອອກສະໝັກຮັບເລືອກຕັ້ງ Macron ປະກາດໃນວັນທີ 24/04 ແລ້ວ, ການໂຕ້ວາທີດັ່ງກ່າວຈະໄດ້ຖ່າຍຖອດສົດທາງໂທລະພາບຢູ່ 2 ຊ່ອງໃນທົ່ວປະເທດ. ກ່ອນໜ້ານັ້ນ, ຜູ້ອຳນວຍການຮັບຜິດຊອບບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງທ່ານນາງ Le Pen ຢືນຢັນວ່າ “ການໂຕ້ວາທີຕ້ອງໄດ້ດຳເນີນ” ຍ້ອນມັນຈະຊ່ວຍໃຫ້ຜູ້ມີສິດເລືອກຕັ້ງສາມາດມີຂໍ້ສັງເກດກ່ຽວກັບຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຢ່າງຈະແຈ້ງ.