ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ພົບປະເຈລະຈາກັບການນໍາພັກກໍາອໍານາດ LDP ຍີ່ປຸ່ນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ວັນທີ 22 ພະຈິກ, ຢູ່ ໂຕກຽວ ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ນໍາໜ້າຄະນະປະຕິບັດງານ ມີການພົບປະເຈລະຈາກັບ ທ່ານ Hayashi Moto ຜູ້ຮັກສາການເລຂາທິການໃຫຍ່ພັກເສລີປະຊາທິປະໄຕ (LDP) ແລະ ບັນດາສະມາຊິກສະພາຕໍ່່າ.
ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ພົບປະເຈລະຈາກັບການນໍາພັກກໍາອໍານາດ LDP  ຍີ່ປຸ່ນ - ảnh 1ທ່ານ ຫງວຽນເຖ໊ກີ໋ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ພົບປະເຈລະຈາກັບການນໍາພັກກໍາອໍານາດ LDP  ຍີ່ປຸ່ນ 

        ທີ່ການພົບປະເຈລະຈາ, ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນກັບ ຍີ່ປຸ່ນ ແລະ ພັກກໍາອໍານາດ LDP ເປັນສໍາຄັນ, ຕີລາຄາສູງບົດບາດຂອງ ຍີ່ປຸ່ນ ໃນພາກພື້ນ ແລະ ສາກົນ. ປັດຈຸບັນ, ຍີ່ປຸ່ນ ແມ່ນປະເທດທີ່ໃຫ້ການຊ່ວຍເຫຼືອທຶນ ODA ໃຫ້ຫວຽດນາມຫຼາຍທີ່ສຸດ, ພ້ອມກັນນັ້ນ ກໍ່ແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ.

        ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສື່ມວນຊົນ.

        ກ່່ອນໜ້ານັ້ນ, ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ພົບປະກັບທ່ານ  Hayashi Akio ປະທານກຸ່ມບໍລິສັດການສຶກສາ Kairin Juku. ນະທີ່ນີ້, ສອງຝ່າຍກໍໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະຈະມາເຖິງໂຄງການສຶກສາພາສາຍີ່ປຸ່ນ ຈະໄດ້ຮັບການຜັນຂະຫຍາຍຢູ່ ວິທະຍາໄລກະຈາຍສຽງ ແລະ ໂທລະພາບ ຂອງ VOV ໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ