ຜູ້ອຳນວຍການໃຫຍ່ IAEA Yukiya Amano ຢ້ຽມຢາມອີຣານ

ຜູ້ອຳນວຍການໃຫຍ່ IAEA Yukiya Amano ຢ້ຽມຢາມອີຣານ - ảnh 1
ທ່ານ Yukiya Amano ​ພົບ​ປະ​ເຈລະຈາ​ກັບ​
ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani
(ພາບ: TTXVN)


(vovworld) – ວັນ​ທີ 20/09, ຜູ້ອຳນວຍການ​ໃຫຍ່ອົງການ​ພະລັງງານ​ປະລະມາ​ນູສາກົນ (IAEA) Yukiya Amano ​​ໄດ້​ໄປ​ເຖິງນະຄອນຫຼວງ ​ເຕ​ເຣຣານ ຂອງ​ອີຣານ ​ເພື່ອ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ເຈົ້າພາບ. ​ໃນ​ການ​ຢ້ຽມຢາມ​ອີຣານ ​ເປັນ​ເວລາ 1 ວັນນີ້, ທ່ານ Yukiya Amano ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Mohammad Javad Zarif ​ແລະ ຫົວໜ້າ​ອົງການພະລັງງານ​ປະລະມາ​ນູອີຣານ (AEOI) Ali Akbar Salehi. ກ່ອນ​ໜ້າ​ນັ້ນ, IAEA ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ Yukiya Amano ຈະ​ສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ເຮັດ​ແຈ້ງ​ບັນດາ​ບັນຫາ​ທີ່​ຍັງ​ຄົງຂ້າງ​ໃນ​ເມື່ອ​ກ່ອນ ​ແລະ ປະຈຸ​ບັນ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍອີຣານ. IAEA ຢືນຢັນ​ວ່າ, ​ເຕ​ເຣຣານ ຕ້ອງ​ອະທິບາຍ​ບາງ​ບັນຫາ​ທີ່​ຍັງ​ບໍ່​ທັນ​ຈະ​ແຈ້ງ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍ ​ໃນ​ອະດີດຕະການ​ຂອງ​ປະ​ເທດ​ນີ້ ກ່ອນ​ທີ່​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າ​ຍຕາ​ເວັນ​ຕົກ ​ແລະ ສາກົນ​ຈະຖືກ​ຍົກ​​ເລີກ.

ຂ່າວ/ບົດ​ອື່ນ