(vovworld) - ຕອນບ່າຍວັນທີ 22/10, ຢູ່ສູນກະຈາຍສຽງແຫ່ງຊາດ, 58 ຖະໜົນກວານສື໋, ຮ່າໂນ້ຍ, ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຂ່າວ ກູບາ ມາຢ້ຽມຢາມ ແລະ ເຮັດວຽກ.
ທີ່ການຕ້ອນຮັບ, ຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ເນັ້ນໜັກວ່າ: ປະເທດ ຫວຽດນາມ ກໍ່ຄືບັນດາຜູ້ເຮັດວຽກງານສື່ມວນຊົນຕີລາຄາສູງ ແລະ ຍາມໃດກໍ່ຈົດຈຳອາລົມຈິດມິດຕະພາບ, ຄວາມສາມັກຄີ, ການສະໜັບສະໜູນທີ່ຈິງໃຈ, ສະເໝີຕົ້ນສະເໝີປາຍເຊິ່ງປະຊາຊົນ ກູບາ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ເສລີພາບ ແລະ ເອກະພາບຂອງປະເທດຊາດ, ກໍ່ຄືໃນພາລະກິດພັດທະນາປະເທດຊາດໃນປະຈຸບັນ. ເມື່ອແນະນຳກ່ຽວກັບ VOV, ຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ໃຫ້ຮູ້ວ່າ: ຜ່ານໄລຍະເກືອບ 70 ປີແຫ່ງການສ້າງສາ ແລະ ພັດທະນາ, VOV ແມ່ນອົງການສື່ສານໜຶ່ງດຽວຢູ່ ຫວຽດນາມ ມີ 4 ຮູບການສື່ສານ (ກະຈາຍສຽງ, ສື່ເອເລັກໂຕນິກ, ໜັງສືພິມ,ໂທລະພາບ), ໃນນັ້ນກະຈາຍສຽງເປັນຕົ້ນຕໍ. ກ່ຽວກັບຍຸດທະສາດການພັດທະນາ, ໃນໄລຍະຈະມາເຖິງ, VOV ຈະພັດທະນາກາຍເປັນກຸ່ມບໍລິສັດສື່ສານຫຼາຍຮູບແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມະຫາຊົນ.
ສ່ວນທ່ານນາງ Barbara Virginia Doval Martinez, ຮອງປະທານສະມາຄົມນັກຂ່າວ ກູບາ ປາດຖາໜາວ່າ: ໃນໄລຍະຈະມາເຖິງ, ເມື່ອສະມາຄົມນັກຂ່າວ ກູບາ ແລະ ສະມາຄົມນັກຂ່າວ ຫວຽດນາມ ເຊັນບົດບັນທຶກຊ່ວຍຈຳການຮ່ວມມືນຳກັນ, ສະມາຄົມນັກຂ່າວ ແລະ ອົງການສື່ມວນຊົນຂອງ 2 ປະເທດຈະຮັດແໜ້ນການພົວພັນ ແລະ ຮ່ວມມືກ່ວາອີກ.