(vovworld) – ກ່າວຄຳເຫັນທີ່ພິທີຕ້ອນຮັບຜູ້ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລາວົງ, ໃນຕອນບ່າຍວັນທີ 6/7, ຢູ່ ຮ່າໂນ້ຍ, ທ່ານພົນເອກ ເຈິນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ, ໄດ້ເນັ້ນໜັກວ່າ : ໃນໄລຍະຜ່ານມາ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ປະກອບສ່ວນໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ. ທ່ານພົນເອກ ເຈິ່ນດ້າຍກວາງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ຈະປະຕິບັດແຜນການຮ່ວມມື ລະຫວ່າງ 2 ກະຊວງ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ; ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ, ສັງຄົມ ແລະ ການຕ່າງປະເທດຂອງແຕ່ລະປະເທດ ຢ່າງມີປະສິດທິຜົນ … ຜູ້ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບລາວ ສົມແກ້ວ ສີລາວົງ ຢືນຢັນວ່າ: ທ່ານຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບແບບພິເສດ ລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ.