(VOVWORLD) -ໝາກລິນຈີ່ ຫາຍເຢືອງ ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ Lazada ນັບແຕ່ວັນທີ 14 ພຶດສະພາ.
ໝາກລິນຈີ່ ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ Lazada
(ພາບອີນເຕີແນັດ)
|
ໃນສະພາບໂລກລະບາດໂຄວິດ-19 ມີການຜັນແປທີ່ສັບສົນນັ້ນ ໄດ້ເປີດຈຸດໃໝ່ຫຼາຍຢ່າງ ໃຫ້ແກ່ຕະຫຼາດຜະລິດຕະພັນກະເສດຂອງຫວຽດນາມ, ນັ້ນແມ່ນວາງຂາຍຢູ່ບັນດາເວັບໄຊການຄ້າເອເລັກໂຕນິກຢູ່ພາຍໃນ ແລະ ຕ່າງປະເທດ.
ໝາກລິນຈີ່ ຫາຍເຢືອງ ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ Lazada ນັບແຕ່ວັນທີ 14 ພຶດສະພາ. ມາຮອດປະຈຸບັນ, ໄດ້ຂາຍໝາກລິນຈີ່ກວ່າ 3 ໂຕນແລ້ວ, ເປັນຕົ້ນແມ່ນຢູ່ຮ່າໂນ້ຍ ແລະ ຄອນໂຮ່ຈີມິນ. ຖັດຈາກ Lazada, ໝາກລິນຈີ່ຫາຍເຢືອງ ສືບຕໍ່ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ Sendo ໃນວັນທີ 24 ພຶດສະພາ. ພາຍຫຼັງວາງຂາຍເປັນເວລາ 1 ວັນ, ຈຳນວນໝາກລິຈີ່ຂາຍໄດ້ແມ່ນກວ່າ 6 ໂຕນ ແລະ ຄາດວ່າອາດຈະຂຶ້ນເຖິງ 12 ໂຕນໃນຊຸມມື້ທີ່ຈະມາເຖິງ.
ຄາດວ່າ, ໃນເດືອນພຶດສະພາ ນີ້, ໝາກລິນຈີ່ ບັກຢາງ ຈະໄດ້ວາງຂາຍທາງອອນລາຍຢູ່ບາງເວັບໄຊການຄ້າເອເລັກໂຕນິກຢູ່ພາຍໃນ ແລະ ຕ່າງປະເທດຄື: Alibaba, Amazon… ພ້ອມກັນນັ້ນ ຍັງມີໝາກໝັ້ນ ແລະ ໝາກມ່ວງ ອຽນເຈົາ ຂອງແຂວງ ເຊີນລາ ກໍ່ຈະເປີດຂາຍໃນເວັບໄຊການຄ້າເອເລັກໂຕນິກ Shopee ຕື່ມອີກ.
ໃນໄລຍະຈະມາເຖິງ, ເພື່ອສ້າງເງື່ອນໄຂສະດວກໃນການຈາລະຈອນສິນຄ້າ ແລະ ເພີ່ມທະວີການຈຳໜ່າຍບັນດາຜະລິດຕະພັນກເສດ, ກົມສົ່ງເສີມສິນຄ້າຈະຍູ້ແຮງການຮ່ວມມືກັບບັນດາເວັບໄຊການຄ້າເອເລັກໂຕນິກ ເພື່ອຈຳໜ່າຍງຜະລິດຕະພັນກະເສດໃຫ້ບັນດາທ້ອງຖິ່ນຜ່ານຊ່ອງນີ້ ຢ່າງມີປະສິດທິຜົນເທື່ອລະກ້າວ