(ພາບປະກອບ:tamnhin.net)
(VOV)- ກອງປະຊຸມຂັ້ນສູງດຳເນີນທຸລະກິດ ແລະ ການລົງທຶນອາຊຽນ (ASEAN-BIS) ຄັ້ງທີ 9 ຈະຖືກຈັດຂຶ້ນຢູ່ພະນົມເປັນ ປະເທດກຳປູເຈຍ ຊື່ງຄາດວ່າຈະດຶງດູດການເຂົ້າຮ່ວມຂອງຜູ້ແທນ 1000 ກ່ວາທ່ານ. ແຈ້ງການໜັງສືພິມໃນວັນທີ 13/11 ຂອງຄະນະເລຂາອາຊຽນ ໃຫ້ຮູ້ວ່າ: ASEAN-BIS ໂດຍສະພາທີ່ປຶກສາການດຳເນີນທຸລະກິດອາຊຽນ (ASEAN-BAC) ແລະ ຫ້ອງການການຄ້າກຳປູເຈຍ ສົມທົບກັນຈັດຂຶ້ນແມ່ນເຫດການຢູ່ນອກກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຊື່ງຈະດຳເນີນໃນເດືອນ 11/2012 ນີ້ຢູ່ພະນົມເປັນປະເທດກຳປູເຈຍ ໂດຍມີການເຂົ້າຮ່ວມຂອງປະມຸລັດ ແລະ ຜູ້ນຳໜ້າລັດຖະບານບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມື, ຄູ່ເຈລະຈາຂອງອາຊຽນ ຢ່າງໜ້ອຍສຸດ 16 ທ່ານ. ASEAN-BIS ຄັ້ງທີ 9 ຈະຢັ້ງຢືນທີ່ຕັ້ງຂອງປະຊາຄົມເສດຖະກິດອາຊຽນ (AEC) ໃນປະຊາຄົມໂລກ ດ້ວຍການສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາບົ່ມຊ້ອນດ້ານພະລັງງານຜະລິດຄືນໃນອາຊຽນ; ການເຊື່ອມຈອດອາຊຽນ ແລະ ພັດທະນາພື້ນການໂຄງລ່າງ….