ຜູ້ແທນເກືອບ 1.200 ທ່ານຈະເຂົ້າຮ່ວມ ກອງປະຊຸມໃຫຍ່ທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 6

ຜູ້ແທນເກືອບ 1.200 ທ່ານຈະເຂົ້າຮ່ວມ ກອງປະຊຸມໃຫຍ່ທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 6 - ảnh 1
ການ​ປະຊຸມ​ຂ່າວຂອງ ສະມາຄົມ​ຊາວ​ກະສິກອນ ຫວຽດນາມ

(vovworld) – ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຄັ້ງ​ທີ 6 ຈະ​ຈັດ​ຕັ້ງ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 30/6 ຫາ​ວັນ​ທີ 3/7/2013, ຢູ່ ຮ່າ​ໂນ້ຍ. ດ້ວຍ​ຫົວ​ຂໍ້​ວ່າ “ສາມັກຄີ, ປ່ຽນ​ໃໝ່, ​ເປັນ​ເຈົ້າ​ການ, ​ເຊື່ອມ​ໂຍງ, ພັດທະນາ​ແບບ​ຍືນ​ຍົງ”, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຄັ້ງ​ທີ 6 ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 1.200 ທ່ານ, ຕາງໜ້າ​ໃຫ້​ສະມາຊິກ​ສະມາຄົມ​ຊາວ​ກະສິກອນ​ໃນ​ທົ່ວ​ປະ​ເທດ​ກ່ວາ 12 ລ້ານ​ຄົນ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​​ເຊົ້າ​ວັນ​ທີ 18/6, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ​ເລ່ວຫວູດຽວ ​ໃຫ້​ຮູ້​ວ່າ:

“ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາ​ຄົມ​ຊາວ​ກະສິກອນ ຫວຽດນາມ ຄັ້ງ​ທີ 6 ຈະ​ສຸມ​ໃສ່​ປຶກສາ​ຫາລື, ກຳນົດ​ທິດ​ທາງ, ຈຸດໝາຍ, ໜ້າ​ທີ່ ​ແລະ ບັນດາ​ມາດ​ຕະການແກ້ໄຂ​ວຽກ​ງານ​ຂອງ​ສະມາຄົມ ​ແລະ ຂະ​ບວນການ​ຂອງ​ຊາວ​ກະສິກອນ​ໄລຍະ 2013 – 2018. ຈຸດໝາຍ​ສ້າງ​ອົງການ​ສະມາຄົມ​​ເຂັ້ມ​ແຂງ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ກຳລັງ​ປະດິດ​ສ້າງ​ຂອງສະມາຊິກ, ຊາວ​ກະສິກອນ,​ ​ເຂົ້າຮ່ວມ​ການ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ໃຫ້​ຊາວ​ກະສິກອນ​ປະຕິບັດ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ, ລັດ ​ແລະ ບັນດາ​ລາຍການ, ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ຊົນນະບົດ, ກໍ່ສ້າງ​ຊົນນະບົດ​ໃໝ່​.​.​​. ຢ່າງ​ມີ​ປະສິດທິ​ຜົນ”

ຂ່າວ/ບົດ​ອື່ນ