ຜູ້ແຫ່ຂະບວນປະທ້ວງໄທ ປິດລ້ອມສຳນັກງານ ຂອງພັກກຳອຳນາດ

ຜູ້ແຫ່ຂະບວນປະທ້ວງໄທ ປິດລ້ອມສຳນັກງານ ຂອງພັກກຳອຳນາດ - ảnh 1
(ພາບປະກອບ: TTXVN)

(vovworld) - ວັນ​ທີ 05/03, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ຄົນ​ຕ້ານ​ລັດຖະບານ​ໄທ ​ໄດ້​​ເດີນຂະ​ບວນ​ໄປ​ຍັງ​ສຳນັກງານ​ຂອງ​ພັກ​ເພື່ອ​ໄທ ກຳ​ອຳນາດ, ​ໃນ​ຂະນະ​ທີ່​ຊາວ​ກະສິກອນ​ຫຼາຍ​ຄົນ​ຍັງ​ຕັ້ງ​ຄ້າຍຢູ່​ເຂດ​ອື່ນ​​ໃນ​ນະຄອນຫຼວງ​ບາງກອກ ​ເພື່ອ​​ທວງ​​ເອົາ​ບ້ວງ​ໜີ້​ເຊິ່ງລັດຖະບານ​ໄດ້ຕິດ​ໜີ້​ເຂົ້າ​ເຈົ້າ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຍົກ​ປ້າຍ​ຄຳ​ຂວັນ “ຕ້ອງ​ຍຸດບັ້ນ​ກະທຳ​ກໍ່​ຄວາມ​ແບ່ງ​ແຍກຢູ່​ໄທ”, ຫຼັງ​ຈາກ​ນັ້ນ​ກຸ່ມ​ຄົນ​ດັ່ງກ່າວ​ໄດ້​ອອກ​ໄປ ​ແລະ ບໍ່​​ເກີດມີ​ການ​ປະ​ທະ​ກັນ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສືບຕໍ່​ໄປ​​​ເຖິງ​ອົງການ​ພາສີ, ​ເປັນ​ສ່ວນ​ໜຶ່ງ​ໃນ​ບັ້ນ​​ເຄື່ອນ​ໄຫວ​ກີດຂວາງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການມີ​ສິດ​ອຳນາດ​ໄທ ​ເຄື່ອນ​​ໄຫວ. ຜູ້ນຳ​ກະ​​ແສ​ຟອງແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ຖະ​ແຫຼ​ງວ່າ ບັ້ນ​ກະທຳ​ນີ້​ຈະ​​ເພີ່ມ​ທະວີ​ຂຶ້ນ, ​ໂດ​ຍບໍ່​ຫົວຊາ​ຕໍ່​ເລື່ອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ ຢຸດຕິ​ການ​ປິດ​ລ້ອມບັນດາ​ເສັ້ນທາງ​ໃຫຍ່ຕົ້ນ​ຕໍ່​ຢູ່​ບາງກອກ ​ນັບແຕ່​ທ້າຍ​ອາທິດ​ຜ່ານ​ມາ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທະນາຄານ​ແຫ່ງ​ລັດ​ໄທ ຖະ​ແຫຼ​ງວ່າ ຈະ​ເລີ່​ມຊຳ​ລະ​ບັນດາ​ບ້ວງໜີ້​ສິນ​ໃນ​ອາທິດ​ໜ້າ, ​ແຕ່​ຈຳ​ນວນ​ເງິນ​ຊຳລະ​ບໍ່​ເຮັດ​ໃຫ້​ຊາວ​ກະສິກອນ ​ເພິ​ງພໍ​ໃຈ, ​ເຂົ້າ​ເຈົ້າ​ພວມ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ອ້ອມ​ສຳນັກງານ​ກະຊວງ​ການ​ຄ້າ​ຂອງປະ​ເທດ​ນີ້ ​ໃນ​ຫຼາຍ​ອາທິດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ