ຜູ້ແຫ່ຂະບວນປະທ້ວງໄທປິດລ້ອມຫ້ອງການຊົ່ວຄາວຂອງນາຍົກລັດຖະມົນຕີໄທ
ຜູ້ແຫ່ຂະບວນປະທ້ວງຢູ່ສຳນັກງານລັດຖະບານ
(ພາບ: Kyodo/TTXVN)
(vovworld) – ວັນທີ 19/2, ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ໄທ ປະມານ 3.000 ຄົນໄດ້ປິດລ້ອມສຳນັກງານກະຊວງປ້ອງກັນປະເທດຊົ່ວຄາວຢູ່ຊານນະຄອນຫຼວງ ບາງກອກ, ບ່ອນທີ່ໃນ 2 – 3 ອາທິດຜ່ານມາຖືກນຳໃຊ້ແມ່ນຫ້ອງການເຮັດວຽກຂອງທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ຍິ່ງລັກ ຊິນນະວັດ ພາຍຫຼັງທີ່ສຳນັກງານລັດຖະບານຖືກຜູ້ແຫ່ຂະບວນປະທ້ວງປິດລ້ອມ. ຄວາມເຄັ່ງຕຶງໄດ້ຄ່ອຍໆຫລຸດລົງເມື່ອບັນດານາຍທະຫານມີໜ້າຢູ່ກະຊວງປ້ອງກັນປະເທດ ເຫັນດີເຈລະຈາກັບຜູ້ນຳຈັດການແຫ່ຂະບວນປະທ້ວງ ທ່ານ ສຸເທບ ເທືອກສຸບັນ. ທ່ານ ສຸເທບ ເທືອກສຸບັນ ກ່າວເຕືອນວ່າ: ຖ້າຫາກທ່ານນາງ ຍິ່ງລັກ ຊິນນະວັດ ສືບຕໍ່ໄປເຮັດວຽກ, ຜູ້ແຫ່ຂະບວນປະທ້ວງຈະມາແຫ່ງນີ້ເປັນປະຈຳ. ໃນຂະນະນັ້ນ, ໂຄສົກ ຂອງກອງທັບ ໄທ, ພັນເອກ ວາຣະຊົນ ສຸກອນຫາປະຕິພັກ ໃຫ້ຮູ້ວ່າ: ກອງທັບ ຈະແຊກແຊງຖ້າຫາກຕຳຫຼວດບໍ່ສາມາດຮັບປະກັນຄວາມສະຫງົບປອດໄພໃນນະຄອນໄດ້, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຫຼີກລ້ຽງການປະທະກັນ. ສ່ວນທ່ານປະທານສະພາປ້ອງກັນຄວາມສະຫງົບແຫ່ງຊາດ ໄທ ພະຣາດອນ ພັດທະນະຖາບຸດ ໃຫ້ຮູ້ວ່າ: ຕຳຫຼວດຈະບໍ່ສືບຕໍ່ມານະພະຍາຍາມຍາດເອົາສິດຄວບຄຸມຢູ່ບັນດາສະຖານທີ່ແຫ່ຂະບວນປະທ້ວງ, ຫາກບຸລິມະສິດອາລັກຂານາຍົກລັດຖະມົນຕີຊົ່ວຄາວ ທ່ານນາງ ຍິ່ງລັກ ຊິນນະວັດ.