ຕຳຫຼວດໄດ້ຮັບການຜັນຂະຫຍາຍຢູ່ຫຼາຍແຫ່ງ
(ພາບ: AFP/TTXVN)
(vovworld) – ເລື່ອງຮັບປະກັນຄວາມສະຫງົບໃຫ້ບັນດາເຫດການກິລາ ແລະ ວັດທະນະທຳຄືງານບຸນຍິງບັ້ງໄຟດອກ, ງານດົນຕີປະສານສຽງ… ຢູ່ເຂດສາທາລະນະເຊິ່ງຄາດວ່າຈະຈັດຕັ້ງໃນລະດູແລ້ງປີນີ້ພວມແມ່ນບັນຫາທີ່ວາງອອກໃຫ້ອຳນາດການປົກຄອງຫຼາຍນະຄອນ ແລະ ທ້ອງຖິ່ນຂອງ ຝຣັ່ງ ພາຍຫຼັງບັນດາເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຢູ່ປະເທດນີ້ໃນໄລຍະຜ່ານມາ. ປະຈຸບັນ, ມີຫຼາຍນະຄອນຢູ່ເຂດຕາເວັນອອກສ່ຽງໃຕ້ຂອງ ຝຣັ່ງ ໄດ້ຕົກລົງຍຸບເລີກບັນດາການເຄື່ອນໄຫວນີ້ໃນຂະນະນັ້ນບາງທ້ອງຖິ່ນອື່ນໆໄດ້ເລືອກເຟັ້ນເລື່ອງຮັດແໜ້ນການປ້ອງກັນຄວາມສະຫງົບເພື່ອຮັກສາບັນດາການເຄື່ອນໄຫວຂອງຕົນ.
ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຝຣັ່ງ Jean – Yves Le Drian ຖະແຫຼງວ່າຍ້ອນ “ຝຣັ່ງພວມຢູ່ໃນຖານະການສົງຄາມ”, ດັ່ງນັ້ນ, ໃນຈຸດເວລາໃດໜຶ່ງ, “ຖ້າຫາກບັນດາເງື່ອນໄຂປ້ອງກັນຄວາມສະຫງົບບໍ່ຮັບປະກັນຄວນຍຸບເລີກການຈັດຕັ້ງເຫດການຕ່າງໆ”. ທ່ານລັດຖະມົນຕີກະຊວງພາຍໃນ Bernard Cazeneuve ໃຫ້ຮູ້ວ່າ: ກະຊວງພາຍໃນຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຮັບປະກັນຄວາມສະຫງົບປອດໄພໃນທົ່ວຂອບເຂດ, ພ້ອມທັງຈັດຕັ້ງກຳລັງກຽມສູ້ຮົບຂຶ້ນເຖິງ 30.000 ຄົນ ແລະ ຮັກສາຈຳນວນທະຫານ 10.000 ຄົນໃນລາຍການຕ້ານກໍ່ການຮ້າຍໃນຕະຫຼອດລະດູແລ້ງ.