ຝຣັງເປັນເຈົ້າພາບຈັດFestivalຊາວໜຸ່ມ-ນັກສຶກສາຫວຽດນາມຢູ່ເອີລົບ ປີ2016

ຝຣັງເປັນເຈົ້າພາບຈັດFestivalຊາວໜຸ່ມ-ນັກສຶກສາຫວຽດນາມຢູ່ເອີລົບ ປີ2016 - ảnh 1
ການ​ປະ​ຊຸ​ມ​​ຂ່າວ ແນະ​ນຳ ກ່ຽວ​ກັ​ບ Festival

(vovworld)- ໃນ​ລະ​ຫວ່າງ ວັນ​ທີ 27-28/8, ຢູ່​ນະ​ຄອນ Choisy Le Roi, ຊານ​ນະ​ຄອນ​ Paris, ຝ​ຣັງ, ຈະໄດ້​ດຳ​ເນີນ (Festival ຊາວ​ໜຸ່ມ​-ນັກ​​ສຶກ​ສາ ຫວຽດ​ນ​າມ ​ຢູ່​ ເອີ​ລົບ ປີ 2016) ມີ​ຊື່​ວ່າ “LUMOS” - ແຜ່​ຂະ​ຫຍາຍ​​ຕາມ​ວິ​ທີ​ຂອງ​ເພື່ອນ (Shine as you are). ນີ້​ແມ່ນ​ຄັ້ງ​ທີ່​ 2 ເຫດ​ການນີ້​ໄດ້​ຖືກ​ຈັດ​ຂື້ນ, ຄັ້ງ​ທີ 1 ໄດ້​ຈັດ​ຂື້ນ​ຢູ່ Berlin (ສະ​ຫະ​ພັນ​ລັດ​ເຢຍ​ລະ​ມັນ) ກ່າວ​ຄວາມ​ເຫັນ​ທີ ການ​ປະ​ຊຸ​ມ​​ຂ່າວ ແນະ​ນຳ ກ່ຽວ​ກັ​ບ Festival, ທ່ານ ຫງວຽນ​ງ໋ອກ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ວິ​ສາ​ມັນ ​ຜູ້​ມີ​ອຳ​ນາດ​ເຕັມ​ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ​ ເນັ້ນ​ໜັກ​ວ່າ:

        “Festival ຊາວ​ໜຸ່ມ ມີ 3 ເປົ້າ​ໝາຍຫຼັກ ຄື: ທີ 1, ເປັນ​​ສະ​ຖານ​ທີ່ ເພື່ອ​ໃຫ້​ບັນ​ດ​າ​ໄວ​ໜຸ່ມ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ, ເຮັດ​ວຽກ ຢູ່​ເອີ​ລົບ, ຢູ່ ຝ​ຣັງ ໄດ້​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ. ​ທີ 2, Festival ເປັນ​ໂອ​ກາດ​ສະ​ດວກ ເພື່ອ​ແນະ​ນຳ​ເຜີຍ​ແຜ່ ກ່ຽວ​ກັບ​ຫວຽດ​ນາມ, ປະ​ເທດ​ຊາດ, ພົນ​ລະ​ເມືອງ ເຖິງ​​ເພື່ອນ​ມິດ​ສາ​ກົນ. ​ທີ 3, ນີ້​ແມ່ນ​ໂອ​ກາດ ​ເພື່ອປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ ຂອງ​ບັນ​ດາ​ເພື່ອນ​ຊາວ​ໜຸ່ມ, ນັກ​​ສຶກ​ສາ ທີ່​ພວມ​ຮ່ຳ​ຮຽນ ຢູ່​ ຝ​ຣັງ ແລະ ເອີ​ລົບ”.

        ຕາມ ທ່ານ ຫງວຽນ​ມິງ​ດຶກ ຮອງ​ປະ​ທານ​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ພົວ​ພັນຕ່າງ​ປະ​ເທດ​ຂອງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ແລ້ວ ຈິດ​ໃຈ ຂອງ Festival LUMOS ປີ 2016 ເປັນ​ການ​ແຂ່ງ​ຂັນ​ຊອກ​ຫາໄວ​ໜຸ່ມ ​ຜູ້ມ​ີຄວາມ​ສາ​ມາດ​​ ​ ​ຢູ່ ເອີ​ລົບ (Jeunes Talents Europe 2016) ເພື່ອ​ຄັດ​ເລືອກ​ບັນ​ດາ​ບຸກ​ຄົນ​ດີ​ເດັ່ນ ໃນ​ທົ່ວ​ເອີ​ລົບ. ຈຸດ​ທີ່ 2 ຂອງ Festival  ເປັນ​ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ​ຫງວຽນ​ມິງ​ດຶງ ຖື​ວ່າ:

        “ຈຸດ​ເດັ່ນ ທີ່ 2 ແມ່ນ​ພວກ​ຂ້​າພະ​ເຈົ້າ ສຸມ​ໃສ່​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສະ​ພາບ​ທະ​ເລ​ຕາ​ເວັນ​ອອກ, ຕອບ​ສະ​ໜອງ​ ໃຫ້​ບັນ​ດາ​ເພື່ອນ​ໄວ​ໜຸ່ມ ​ໄດ້​ຮັບຂ​ໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ ທະ​ເລ​ໝູ່​ເກາະ, ຈຸດ​ສຳ​ຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ ສຳ​ລັບ​ຫວຽດ​ນາມ ແລະ ຂອບ​ຂະ​ໜາດ​ສາ​ກົນ. ແລະ ພິ​ເສດ​ສຳ​ຄັນ​ແມ່ນການ​ກະ​ທຳ ແລະ ບົດ​ບາດ​ຂອງ​ບັນ​ດາ​ເພື່ອນ​ໄວ​ໜຸ່ມ​ເປັນ​ແນວ​ໃດ ໃນ​ບັນ​ຫານີ້”

ຂ່າວ/ບົດ​ອື່ນ