( vovworld ) - ວັນທີ 14/6, ທ່ານປະທານາທິບໍດີ ຝລັ່ງ Francois Hollande ໃຫ້ຮູ້ວ່າ ແຜນການຖອນທະຫານຂອງປະເທດນີ້ອອກຈາກອາບການິດສຖານ ຈະເລີ່ມປະຕິບັດໃນ 2 – 3 ອາທິດຈະມາເຖິງ. ກ່າວຄຳເຫັນເມື່ອໄຫວ້ອາໄລທະຫານຟລັ່ງ 4 ຄົນ ທີ່ເສຍຊີວິດຢູ່ອາບການິດສຖານ ໃນວັນທີ 9/6, ທ່ານ Francois Hollande ໄດ້ຖະແຫຼງວ່າ ບັນດານັກຮົບຂອງປະເທດນີ້ຈະເລີ່ມຕົ້ນອອກຈາກປະເທດອາບການິດສຖານ ໃນ 2 – 3 ອາທິດທີ່ຈະມາເຖິງ ແລະ ແຜນການນີ້ຈະດຳເນີນໄປ “ ຢ່າງເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະຫງົບ”. ໃນບັ້ນຂົນຂວາຍອອກສະໝັກຮັບເລືອກຕັ້ງປະທານາທິບໍດີຝລັ່ງ ເຊິ່ງຖືກດຳເນີນໄປໃນເດືອນ 5 ທີ່ຜ່ານມາ, ທ່ານ Hollande ໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຖອນທະຫານຝລັ່ງ ທັງໝົດອອຫຈາກອາບການິດສຖານ ກ່ອນທ້າຍປີ 2012, ເຊິ່ງໄວກວ່າ 1 ປີເມື່ອທຽບໃສ່ແຜນການໃນເບື້ອງຕົ້ນຂອງປາຣີ ແລະ ກ່ອນ 2 ປີເມື່ອທຽບໃສ່ກຳນົດເວລາສຸດທ້າຍຂອງອົງການ NATO.