ຝລັ່ງ ກະຕຸກຊຸກຍູ້ ຍູ້ໄວຄວາມຄືບໜ້າຂອງການເຈລະຈານິວເຄຼຍ ອີຣານ
(VOVWORLD) - ວັນທີ 16 ມິຖຸນາ, ກະຊວງການຕ່າງປະເທດ ຝລັ່ງ ຖືວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເຄື່ອນໄຫວຢ່າງໄວວາໃນວິວັດການເຈລະຈາ ເພື່ອແນໃສ່ເປົ້າໝາຍ ນຳ ອາເມລິກາ ກັບຄືນເຂົ້າສູ່ຂໍ້ຕົກລົງ ນິວເຄຼຍ ອີຣານ ປີ 2015, ຫຼື ຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).
ການເຈລະຈາຮອບທີ 6 ກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ (ພາບ: THX/TTXVN) |
ຕາມກະຊວງການຕ່າງປະເທດ ຝລັ່ງ ແລ້ວ, “ບັນດາຄວາມບໍ່ລົງລອຍກັນໃນບັນຫາໃຫຍ່ຍັງຄົງມີຢູ່” ເມື່ອບັນດາຜູ້ຕາງໜ້າ ອັງກິດ, ຈີນ, ຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ອີຣານ ໄດ້ພົບປະກັນຢູ່ ວຽນ ເພື່ອແນໃສ່ຊອກຫາບາດກ້າວບຸກທະລຸສຳລັບສະພາບການປັດຈຸບັນ. ຖະແຫຼງການຂອງກະຊວງການຕ່າງປະເທດ ຝລັ່ງ ຊີ້ແຈ້ງວ່າ: ວິວັດການເຈລະຈາພວມນັບມື້ນັບປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ເມື່ອສຸມໃສ່ບັນດາບັນຫາທີ່ຍາກກວ່າ. ສະພາບການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຍົກອອກຄຳຕັດສິນທີ່ກ້າຫານ ແລະ ວ່ອງໄວ, ເພາະວ່າ ປັດຈຸບັນ, ບໍ່ມີຝ່າຍໃດມີທ່າໄດ້ປຽບກ່ຽວກັບບັນຫາວັນເວລາແລ້ວ.
ໃນວັນດຽວກັນ, ບັນດາປະເທດ ອາຣັບ ເຂດອ່າວ ເປີເຊຍ ກໍຖະແຫຼງວ່າ ເລື່ອງແຍກຂໍ້ຕົກລົງນິວເຄຼຍ ເຊິ່ງ ບັນດາປະເທດມະຫາອຳນາດໃນໂລກໄດ້ລົງນາມກັບ ອີຣານ ອອກຈາກໂຄງການລູກສອນໄຟຂອງ ເຕເຮຣານ ແມ່ນສິ່ງທີ່ອັນຕະລາຍ, ພ້ອມທັງຢັ້ງຢືນວ່າ ບັນດາປະເທດເຂດອ່າວເປີເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມວິວັດການເຈລະຈາ ກັບ ອີຣານ.