ຝ​ລັ່ງ​ຢັ້ງ​ຢືນ​ວ່າ ໄດ້ຮອ​ດ​ຈຸດ​ເວ​ລາ​ຫຼ​ຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ ລັດ​ເຊຍ

(VOVWORLD) -ທ່ານ Jean - Yves Le Drian ຖືວ່າ ການແກ້ໄຂການປະທະກັນຢູ່ ຢູແກຼນ ອາດຈະບັນລຸໝາກຜົນພາຍຫຼັງເຫດການລັດເຊຍ ແລະ ຢູແກຼນ ແລກປ່ຽນ ນັກໂທດໃນທ້າຍອາທິດຜ່ານມາ. 
ຝ​ລັ່ງ​ຢັ້ງ​ຢືນ​ວ່າ ໄດ້ຮອ​ດ​ຈຸດ​ເວ​ລາ​ຫຼ​ຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ ລັດ​ເຊຍ - ảnh 1ທ່ານ  Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ທ່ານ Jean-Yves Le Drian ລັດຖະມົນຕີການຕ່າງປະເທດ ຝລັ່ງ (ພາບ: TTXVN) 

ວັນທີ 9 ກັນຍາ, ທ່ານ Jean – Yves Le Drian ລັດຖະມົນຕີການຕ່າງປະເທດຝລັ່ງໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງກັບລັດເຊຍພາຍຫຼັງ ການພົບປະກັນລະຫວ່າງບັນດານັກການທູດ ແລະ ເຈົ້າໜ້າທີ່ດ້ານປ້ອງກັນຊາດແຖວໜ້າຂອງ ສອງປະເທດຢູ່ນະຄອນຫຼວງ ມົດສະກູ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ມົດສະກູ, ທ່ານ Jean - Yves Le Drian ຖືວ່າ ການແກ້ໄຂການປະທະກັນຢູ່ ຢູແກຼນ ອາດຈະບັນລຸໝາກຜົນພາຍຫຼັງເຫດການລັດເຊຍ ແລະ ຢູແກຼນ ແລກປ່ຽນ ນັກໂທດໃນທ້າຍອາທິດຜ່ານມາ. ຕາມທ່ານແລ້ວ, ເຫດການດັ່ງກ່າວຈະສ້າງຄວາມເຈດຕະນາດີເພື່ອເຊື່ອມຈອດການພົວພັນລະຫວ່າງສອງປະເທດ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ທາງການທູດ ປາຣິດ ກໍ່ເນັ້ນໜັກວ່າ ປັດຈຸບັນການຍົກເລີກບັນດາຄຳສັ່ງລົງໂທດຕໍ່ລັດເຊຍຍັງໄວເກີນໄປ. ທ່ານ Le Drian ຊີ້ແຈ້ງວ່າ ປັດຈຸບັນແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ບັນດາຝ່າຍມຸ່ງໄປສູ່ຄວາມມານະພະຍາຍາມສ້າງຄວາມໄວ້ເນື່ອເຊື່ອໃຈເຊິ່ງກັນແລະກັນ, ແທນທີ່ຈະສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຫຼຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ