ຝລັ່ງແລະເຢຍລະມັນເຂົ້າຮ່ວມການຕ້ານISຢູ່ອີຮັກແລະຊີຣີ

ຝລັ່ງແລະເຢຍລະມັນເຂົ້າຮ່ວມການຕ້ານISຢູ່ອີຮັກແລະຊີຣີ - ảnh 1
(ພາບ​ປະ​ກອບ: Sky News)

(vovworld) - ວັນ​ທີ 15/12, ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ຝ​ລັ່ງ ແຈ​້ງ​ໃຫ້​ຊາບ​ວ່າ, ເປັນ​ຄັ້ງ​ທຳ​ອິດ​ທີ່ກອງ​ທັບ​ອາ​ກາດ​ປະ​ເທດນີ້ໄດ້​ນຳ​ໃຊ້​ບັນ​ດາ​ລູກ​ສອນ​ໄຟ​ນຳ​ວິ​ຖີ Scaip ເພື່ອ​ບຸກ​ໂຈມ​ຕີ​ບັນ​ດາ​ເປົ້າ​ໝາຍ​ຂອງ​ກ​ຸ່​ມກໍ່​ການ​ຮ້າຍ​ລັດ​ສິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ອີ​ຮັກ. ຕາມ​ແຈ້ງ​ການ​ແລ້ວ, ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ຂອງກອງ​ທັບ​ອາ​ກາດ​ຝ​ລັ່ງ ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຮືອ​ບິນ​ສູ້​ຮົບ​ປະ​ກອບ​ລູກ​ສອນ​ໄຟ​ນຳ​ວິ​ຖີ ແລະ ​ລູກລະ​ເປີດ​ປະ​ມານ 10 ລ​ຳ ເຊິ່ງ​ໄດ້​ບິນ​ຈາກ​ບັນ​ດາ​ປະ​ເທດ​​​ສະ​ຫະ​ລັດອາ​ຣັບ​ເອ​ມີ​ເ​ຫຼັດ (UEA) ແລະ ຈໍ​ແດນ. ບັນ​ດາ​ເຮືອ​ບິນ​ເຫຼົ່າ​ນັ້ນ​ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​​ຕຶກ​ອ​າ​ຄານ​ຢູ່​ເຂດ Al Qaim, ພາກຕາ​ເວັນ​ຕົກ​ອີ​ຮັກ, ເຊິ່ງ​ແມ່ນ​ສູນ​ຝຶກ​ອົບ​ຮົມ ແລະ ສາງພະ​ລາ​ທິ​ການ​ຂອງ IS.

ຂ່າວ/ບົດ​ອື່ນ