ຝະລັ່ງ,ອີຕາລີຄັດຄ້ານ ນະໂຍບາຍການເງິນ ຮັດເຂັມຄັດຂອງ EU


ຝະລັ່ງ,ອີຕາລີຄັດຄ້ານ ນະໂຍບາຍການເງິນ ຮັດເຂັມຄັດຂອງ EU - ảnh 1

ປະທານາທິບໍດີ​ຝະລັ່ງ ​ແລະ ນາຍົກລັດຖະມົນຕີອີຕາລີ

(ພາບ : Xinhua)

 (vovworld)- ວັນ​ທີ 24/6, ປະທານາທິບໍດີ​ຝະລັ່ງ Francois Hollande ​ແລະ​ນາຍົກລັດຖະມົນຕີອີຕາລີ Matteo Renzi ​ໄດ້​ອອກສຽງ​ຄັດຄ້ານ. ພ້ອມ​ທັງ​ກ່າວ​ເຕືອນ​ວ່າ​ນະ​ໂຍບາຍ​ການ​ເງິນ​ຮັດ​ເຂັມຄັດ​ຂອງ​ສະຫະພາບ​ເອີ​ລົບ (EU) ພວມ​ກີດ​ກວາງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ທັງ​ກຸ່ມ. ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ບໍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ນຳ​ໃຊ້​ຂໍ້​ກຳນົດ​ດ້ານ​ການ​ເງິນ​ແບບ​ແຂງ​ກະດ້າງ, ຕາມ​ນັ້ນ​ແລ້ວ, ຂາດດຸນ​ງົບປະມານ​ຂອງ​ປະ​ເທດ​ສະມາຊິກ EU ໜຶ່ງ​ບໍ່​ຕ້ອງ​ເກີນ 30% ຈີ​ດີ​ພີ​ຂອງ​ແຕ່ລະ​ປີ. ​ໃນ​ຈົດໝາຍ​ຝາກ​ເຖິງທ່ານ Herman Van Rompuy ປະທານ​ສະພາ EU, ປະທານາທິບໍດີ​ຝະລັ່ງ Francois Hollande ຖື​ວ່າ​ຕ້ອງ​ປຶກສາ​ຫາລື​ເລິກ​ກ່ວາ​ເພື່ອ​ມຸ່ງ​ໄປ​ເຖິງ “ນະ​ໂຍບາຍ​ການ​ເງິນ​ດຸ່ນ​ດ່ຽງ“ ຂອງ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ. ສ່ວນທ່ານນາຍົກລັດຖະມົນຕີອີຕາລີ Matteo Renzi ​ໄດ້ຮຽກຮ້ອງ​ໃຫ້​ເອີ​ລົບ ຈົ່ງ​ປ່ຽນ​ໃໝ່​ວິທີ​ສຳ​ພັດ​ກັບ​ບັນຫາ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ສະພາບ​ການ​ພາກ​ພື້ນ​ນີ້​ພວມ​ຢືນ​ຢູ່​ “ທາງ​ສາມ​ແຍກ“ ​ແລະ ຕ້ອງ​ຟື້ນ​ຕົວ​ຂຶ້ນພາຍຫຼັງ​ເສດຖະກິດ​ຖືກ​ຊຸດ​ໂຊ​ມ​ເປັນ​ເວລາ​ຫຼາຍ​ປີ./.

ຂ່າວ/ບົດ​ອື່ນ