ຝ່າຍຄ້ານ ຊີຣີ ຍົກອອກເງື່ອນໄຂຮ່ວມມື

(VOVWORLD) - ວັນທີ 01 ກຸມພາ, ຫົວໜ້າຄະນະເຈລະຈາຂອງຝ່າຍຄ້ານ ຊີຣີ, ທ່ານ Nasr Hariri ຖະແຫຼງວ່າ
ຝ່າຍຄ້ານ ຊີຣີ ຍົກອອກເງື່ອນໄຂຮ່ວມມື - ảnh 1ຝ່າຍຄ້ານ ຊີຣີ ຍົກອອກເງື່ອນໄຂຮ່ວມມື (ພາບ EPA/TTXVN)

ຝ່າຍຄ້ານນີ້ຈະຮ່ວມມືຕາມບັນດາຂໍ້ສະເໜີທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່ເຈລະຈາຊົນຊາດ ຊີຣີ ເຊິ່ງຫາກໍ່ດຳເນີນໄປຢູ່ນະຄອນ Sochi ຂອງ ລັດເຊຍ ເພື່ອແນໃສ່ຮຽບຮຽງລັດຖະທຳມະນູນ ຊີຣີ ຄືນໃໝ່ ດ້ວຍເງື່ອນໄຂທີ່ວ່າ ວິວັດທະນາການນີ້ ຍັງຄົງນອນໃນການອຸປະຖຳຂອງສະຫະປະຊາຊາດ.

        ຕາມການສື່ສານໃນພາກພື້ນ, ເມື່ອກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Nasr Hariri ຊີ້ແຈ້ງວ່າ ຄະນະກຳມະການລັດຖະທຳມະນູນ ໄດ້ຮັບການສ້າງຕັ້ງໃນຂອບເຂດວິວັດທະນາການ ໂດຍສະຫະປະຊາຊາດເປັນຜູ້ນຳພາຢູ່ ເຊີແນວ ປະເທດ ສະວິດ ນັ້ນແມ່ນເໝາະສົມກັບມະຕິ 2254 ຂອງສະຫະປະຊາຊາດທີ່ສຸດ ດັ່ງນັ້ນ ຝ່າຍຄ້ານຈະຕ້ອງສືບຕໍ່ຮ່ວມມືຕາມທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ