ຝ່າຍຄ້ານກຳປູເຈຍ ຕ້ອງຮັບຜິດຊອບກ່ຽວກັບ ສະພາບຂາດສະຖຽນລະພາບ
ການແຫ່ປະທ້ວງຢູ່ກຳປູເຈຍ
(ພາບ: AFP-TTXVN)
(vovworld)- ລັດຖະບານກຳປູເຈຍ ກ່າວຫາການນຳພັກກູ້ຊາດກຳປູເຈຍ (CNRP) ຕ້ອງຮັບຜິດຊອບກ່ຽວກັບບັນດາການກະທຳກະຕຸກຊຸກຍູ້ການປະທ້ວງ, ກໍ່ຄວາມວຸ້ນວາຍ, ກໍ່ຄວາມເສຍຫາຍດ້ານຊັບສິນ ແລະ ຊີວິດອິນຊີໃຫ້ແກ່ ປຊຊ.
ໃນການປະຊຸມຂ່າວເມື່ອຕອນບ່າຍວັນທີ 4/1 ຢູ່ນະຄອນຫຼວງພະນົມເປັນ, ລັດຖະມົນຕີ Keo Remy ໂຄສົກອົງການຖະແຫຼງຂ່າວ ແລະ ປະຕິກິລິຍາດ່ວນຂອງສະພາລັດຖະມົນຕີກຳປູເຈຍ ຢືນຢັນວ່າ: ອຳນາດການປົກຄອງປະເທດນີ້ ມີພະຍານຫຼັກຖານຢ່າງຄົບຖ້ວນເພື່ອຢັ້ງຢືນວ່າພັກຝ່າຍຄ້ານ CNRP ໄດ້ກະຕຸກຊຸກຍູ້ການແຫ່ປະທ້ວງໃຊ້ຄວາມຮຸນແຮງຄັ້ງຕ່າງໆ. ລັດຖະມົນຕີ Keo Remy ຍັງຖືວ່າ: ມີສັນຍານໃຫ້ເຫັນວ່າ ບັນດາອົງການປະກອບອາວຸດຈາກຕ່າງປະເທດອາດຈະຢືນຢູ່ເບື້ອງຫຼັງບັນດາເຫດການກໍ່ຄວາມວຸ້ນວາຍໃນໄລຍະຜ່ານມາ.
ໃນວັນດຽວກັນ, ສານພະນົມເປັນ ໄດ້ປະກາດໃຊ້ 2 ຄຳສັ່ງຮຽກຕົວສະເພາະສຳລັບທ່ານ Sam Rainsy ປະທານ CNRP ແລະ ທ່ານ Kem Sokha ຮອງປະທານ CNRP ຍ້ອນກ່ຽວຂ້ອງເຖິງຄຳກ່າວຫາກະຕຸກຊຸກຍູ້ເພື່ອກໍ່ໃຫ້ເກີດສະພາບຂາດສະຖຽນລະພາບຢູ່ປະເທດກຳປູເຈຍ.