ຝ່າຍຄ້ານຢູ່ໄທກະກຽມການແຫ່ຂະບວນປະທ້ວງຂະຫນາດໃຫຍ່ໃນທ້າຍອາທິດ

ຝ່າຍຄ້ານຢູ່ໄທກະກຽມການແຫ່ຂະບວນປະທ້ວງຂະຫນາດໃຫຍ່ໃນທ້າຍອາທິດ - ảnh 1
ຝ່າຍຄ້ານຢູ່ໄທກະກຽມການແຫ່ຂະບວນປະທ້ວງຂະຫນາດໃຫຍ່
ພາບປະກອບ:internet

(vovworld)-  ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄທ​ຖະ​ແຫລ​ງວ່າ ​ເຂົາ​ເຈົ້າ​ຈະ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ຄວາ​ມມານະ​ພະຍາຍາມ​ຮຽກຮ້ອງ​ທ່ານນາງ​ນາຍົກລັດຖະມົນຕີ ຍີ່​ງຣັກ ຊີ​ນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແຫ​ນ່ງ ​ແລະ ຊຸກ​ຍູ້​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ​ກ່ອນ​ຈັດ​​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ​ໃນ​ຖະ​ແຫລ​ງການ​ໃນ​ວັນ​ທີ 17/12,  ອະດີດຮອງ​ນາຍົກລັດຖະມົນຕີ​ໄທ ທຸ​ເສບ ​ເທ​ືອກສຸບັນ ​ໄດ້​ຮຽກຮ້ອງ​ແຫ່​ຂະ​ບວນ​ປະ​ທ້ວງໃນ​ຖະຫນົນ​ສາຍ​ຕ່າງໆ​ຢູ່​ໃຈກາງ ນະຄອນຫລວງ ບາງກອກ​​ເມື່ອ​ວັນ​ທີ 19-20/12 ​ແລະ ຈາກ​ນັ້ນ ​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ໃນ​ວັນ​ທີ 22/12 ​ເຖິງ​ວ່າ ຈຳນວນ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ໄດ້​ຕັ້ງ​ຄ້າຍ​ຢູ່​ຖະຫນົນ​ສາຍ​ຕ່າງໆ​ຢູ່​ນະຄອນຫລວງ ບາງກອກ ​ໄດ້​ຫລຸດ​ລົງ​​ເຫລືອພຽງ​ປະມານ 2.000 ຄົນ​​​ອາທິດ​ກ່ອນ.

 

 

 

ຂ່າວ/ບົດ​ອື່ນ