ຜູ້ສະຫນັບສະຫນູນທ່ານປະທານາທິບໍດີ Mohamed Morsi ເຂົ້າຮ່ວມ
ການແຫ່ຂະບວນປະທ້ວງ
ພາບ:internet
|
(vovworld)- ວັນທີ 2/9, ຝ່າຍມຸດສະລີມ ສະຫນັບສະຫນູນປະທານາທິບໍດີ Mohamed Morsi ຜູ້ຖືກໂຄ່ນລົ້ມ ໄດ້ຮຽກຮ້ອງປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງໂດຍມີຜູ້ເຂົ້າຮ່ວມນັບລ້ານຄົນ ໃນວັນທີ 3/9 ດ້ວຍຊື່ເອີ້ນວ່າ: ລັດຖະປະຫານແມ່ນການກໍ່ການຮ້າຍ”. ພັນທະມິດແຫ່ງຊາດສະຫນັບສະຫນູນລັກສະນະຖືກຕ້ອງກັບກົດໝາຍ(NASL)- ຊື່ງແມ່ນກຳລັງໂດຍອົງການອ້າຍນ້ອງມຸດສະລີມ(MB) ນຳຫນ້າ ແລະເຕົ້າໂຮມ 33 ພັກການເມືອງ ແລະ ຂະບວນການອິດສະລາມໃຫ້ຮູ້ວ່າ: ການແຫ່ຂະບວນປະທ້ວງຈະຖືກຈັດຕັ້ງຂຶ້ນຢູ່ບັນດາສະຫນາມຫລວງໃນທົ່ວປະເທດ ເພື່ອເປັນຂີດໝາຍ ສອງເດືອນພາຍຫລັງການລັດຖະປະຫານໂຄ່ນລົ້ມອຳນາດການປົກຄອງປະທານາທິບໍດີ Mohamed Morsi. NASL ກໍຈັດຕັ້ງບັນດາການປະຊຸມໃນວັນທີ 3/9 ເພື່ອປະກາດ ບັນດາໂທດກຳຂອງຝ່າຍລັດຖະປະຫານ. NASL ໃຫ້ຮູ້ວ່າ: ບັນດາຜູ້ສະຫນັບສະຫນູນສະຫະພາບເອີລົບ ໄດ້ເກັບກຳພະຍານຫລັກຖານກ່ຽວກັບ ໂທດກຳຂອງບັນດາຜູ້ນຳຫນ້າການລັດຖະປະຫານເພື່ອຍື່ນສະເຫນີຕໍ່ສານຍຸຕິທຳສາກົນ.