ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອາບຟຣີກາ ໃຕ້ ເພີ່ມທະວີການຮ່ວມມື

ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອາບຟຣີກາ ໃຕ້ ເພີ່ມທະວີການຮ່ວມມື - ảnh 1
ພາບປະກອບ

(vovworld) – ວັນ​ທີ 10/6, ຢູ່​ນະຄອນ Johannesburg, ປະ​ເທດ ອາບຟຣີກາ ​ໃຕ້, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽ​ດນາມ ​ໂດຍ​ທ່ານ ຮວ່າງ​ບິນ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ນຳ​ໜ້າ ​ແລະ ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ອາບຟຣີກາ ​ໃຕ້, ​ໂດຍ​ທ່ານ Chris Mahlako, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ, ​ເປັນ​ຫົວໜ້າ​ຄະນະ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຂອງ 2 ພັກ ​ແລະ ບັນດາ​ບັນຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຜ່ານ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​​ບັນຫາຕ່າງ​ໆ​ເຊິ່ງ​ແມ່ນ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ພັກ. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ໃນ​ປະຈຸ​ບັນ, 2 ຝ່າຍຫວັງ​ວ່າ ພັກ​ກອມ​ມູນິດ 2 ປະ​ເທດຈະປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກ່ວາ​ອີກ, ສືບ​ຕໍ່​ສົມທົບ​ກັນຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ, ຊ່ວຍ​ເຫຼືອ​ກັນ​ເປີດ​ກ້ວາງ​ການ​ພົວພັນ​ຢູ່ ອາຊີ ​ແລະ ອາບຟຣີກາ ​ໃນ​ຂົງ​ເຂດ​ການ​ເມື​ອງ, ​ເສດຖະກິດ, ວັດທະນະທຳ​..​.​, ພິ​ເສດ​ແມ່ນ​ການ​ພົວພັນ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ທ່ອງ​ທ່ຽວ.

 

ຂ່າວ/ບົດ​ອື່ນ