ພັກກອມມູນິດ ອາເມລິກາສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ
(VOVWORLD) - ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມຸນິດຫວຽດນາມຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 26 ມັງກອນ |
ສານໃຫ້ຮູ້ວ່າ ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກສຳລັບທຸກປະເທດໃນໂລກ ຍ້ອນໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ ພາຍໃຕ້ການນຳພາ ແລະ ກຳນົດທິດຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ບັນລຸໄດ້ຜົນງານຍິ່ງໃຫຍ່ຫຼາຍຢ່າງ. ກ່ອນອື່ນໝົດ, ຫວຽດນາມ ແມ່ນແບບຢ່າງທີ່ດີໃນເວທີສາກົນ ໃນວຽກງານຄວບຄຸມ ໂລກລະບາດໂຄວິດ - 19. ຫວຽດນາມກໍ່ປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນປະທານອາຊຽນ ອາຍຸກການ 2020. ຜ່ານການນຳພາຂອງຫວຽດນາມ, ການຮ່ວມມືໃນພາກພື້ນບັນລຸລະດັບສູງໃໝ່ ດ້ວຍການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP), ເຊິ່ງແມ່ນຂໍ້ຕົກລົງການຄ້າໃຫຍ່ທີ່ສຸດຂອງໂລກ.
ພັກກອມມູນິດ ອາເມລິການສືບຕໍ່ຢຶດໝັ້ນ ສະໜັບສະໜູນນ້ຳໃຈມິດຕະພາບ ກັບພັກກອມມູນິດ ຫວຽດນາມ ໃນທຸກສິ່ງທ້າທາຍ ໃນປັດຈຸບັນ ແລະ ໃນອະນາຄົດ.