ພັກກອມມູນິດສອງປະເທດຫວຽດນາມແລະ ຝຣັ່ງເພີ່ມທະວີການຮ່ວມມື

(VOVWORLD) -  ໂດຍຕອບຮັບຄຳເຊີນຂອງສູນກາງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຝຣັ່ງໂດຍທ່ານ FabienRoussel ເລຂາທິການທົ່ວປະເທດ ນຳໜ້າຄະນະມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມແຕ່ວັນທີ 17 ເຖິງວັນທີ 25 ກໍລະກົດ 2019.
ພັກກອມມູນິດສອງປະເທດຫວຽດນາມແລະ ຝຣັ່ງເພີ່ມທະວີການຮ່ວມມື - ảnh 1ທ່ານຟ້າມບິ່ງມິງ ເລຂາທິການສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ FabienRoussel ເລຂາທິການທົ່ວປະເທດພັກກອມມູນິດຝຣັ່ງ (ພາບ: TTXVN)

        ວັນທີ 21 ກໍລະກົດ, ທີ່ນະຄອນຫຼວງຮ່າໂນ້ຍ, ໃຫ້ກຽດຕ້ອນຮັບຄະນະ, ໂດຍທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຈັດຕັ້ງສູນກາງ, ເນັ້ນໜັກວ່າ: ພັກກອມມູນິດຫວຽດນາມຍາມໃດກໍ່ຖືການປັບປຸງສາຍພົວພັນທີ່ເປັນມູນເຊື້ອອັນດີງາມກັບພັກກອມມູນິດຝຣັ່ງເປັນສຳຄັນ; ທ່ານສະເໜີໃຫ້ສອງຝ່າຍປະສານສົມທົບກັນຊຸກຍູ້ບັນດາການຮ່ວມມືລະອຽດ, ມີຄຸນນະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

        ສ່ວນທ່ານ Fabien Roussel ໄດ້ໃຫ້ຄຳໝັນສັນຍາວ່າ: ຈະສືບຕໍ່ປະກອບສ່ວນເຂົ້າໃສ່ການຊຸກຍູ້ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງປະເທດໃນໄລຍະທີ່ຈະມາເຖິງນີ້. ທ່ານ Fabien Roussel ໃຫ້ຮູ້ວ່າ: ພັກກອມມູນິດຝຣັ່ງ ພວມປັບປຸງກຳລັງ, ຍົກສູງພາລະບົດບາດ, ທີ່ຕັ້ງບົດບາດຂອງພັກຢູ່ຝຣັ່ງແລະເອີຣົບ, ໂດຍແນໃສ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຝຣັ່ງຄົບຮອບ 100 ປີໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ