ພັກກອມມູນິດອາຟຣິກາໃຕ້ຕີລາຄາສູງການຕໍ່ສູ້ປົດປ່ອຍຊາດແລະການພັດທະນາຂອງຫວຽດນາມ

ພັກກອມມູນິດອາຟຣິກາໃຕ້ຕີລາຄາສູງການຕໍ່ສູ້ປົດປ່ອຍຊາດແລະການພັດທະນາຂອງຫວຽດນາມ - ảnh 1
ທ່ານ ຮ່ວາງບິ່ງກວນ ຕ້ອນຮັບທ່ານ Chris Matlhako ໃນເດືອນ9/2015
(ພາບ: TTXVN)

(vovworld) –  “ພັກ​ກອມ​ມູນິດ​ ອາ​ຟຣິກາ​ໃຕ້ ​ຕີ​ລາຄາ​ສູງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ ແລະ​ ການ​ພັດທະນາ​ຂອງ​ ຫວຽດນາມ” ນັ້ນ​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ Chris Matlhako, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ອາຟຣິກາ​ໃຕ້ (SACP) ​ໃນ​ການ​ຕອບ​ສຳພາດຕໍ່ນັກ​ຂ່າວ​​ສຳນັກ​ຂ່າວສານ ຫວຽດນາມ ຢູ່ Pretoria ອາຟຣິກາ​ໃຕ້ ​ເນື່ອງ​ໃນ​ໂອກາດ​ທ່ານ Chris Matlhako ຫາ​ກໍ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ພື້ນ ອາ​ຊີ - ປາຊີຟິກ ສາມັກຄີ​ກັບ ກູ​ຍບາ ​ຊຶ່ງ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ຫວ່າງ​ແລ້ວ​ນີ້. ໃນ​ການ​ຕອບ​ສຳພາດ, ທ່ານ Matlhako ສະ​ແດງ​ຄວາມ​ນິຍົມ​ນັບຖື ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຜົນງານ, ການ​ປ່ຽນ​ແປງ​​ຢ່າງໃຫຍ່​ຫລວງ ​ແລະ ວິວັດການ​ພັດທະນາ​ກະ​​ໂດດ​ຂັ້ນ​ ​ເຊິ່ງປະ​ເທດ ຫວຽດນາມ ບັນລຸ​ໄດ້​ໃນ​ທຸກ​ຂົງ​ເຂດ​ ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ເລື່ອງ ຫວຽດນາມ ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ​ພາລະກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ຊຶ່ງ​ຫລາຍ​ປະ​ເທດ​ພວມ​ພັດທະນາ​ຢູ່ ອາ​ຟຣິກາ​ໃຕ້ ປາດ​ຖະໜາ​ຢາກ ​ແລະ ສູ້​ຊົນ​ປະຕິບັດ​ໄດ້​ຄື​ດັ່ງ​ກ່ວາ.

        ສ່ວນ​ທ່ານ Chris Matlhako ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ອາ​ຟຣິກາ​ໃຕ້ - ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸກຢັ້ງ, ປະກອບ​ສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​​ໃນໂລກ.

 

ຂ່າວ/ບົດ​ອື່ນ