ຜູ້ແຫ່ຂະບວນປະທ້ວງຢູ່ Kiev ເມື່ອວັນທີ 15/12
(ພາບ: REUTERS/Marco Djurica)
(vovworld)- ໃນຄວາມມານະພະຍາຍາມຊອກຫາວິທີແກ້ໄຂຄວາມເຄັ່ງຕຶງດ້ານການເມືອງທີ່ຮ້າຍແຮງໃນປະຈຸບັນ, ວັນທີ 16/12, ພັກ “ບັນດາເຂດ“ ກຳອຳນາດຢູ່ຢູແກຼນ ໄດ້ຮຽກຮ້ອງດຳເນີນການປະຕິຮູບລັດຖະບານຢ່າງເລິກເຊິ່ງກ້ວາງຂວາງ. ໃນຂະນະນັ້ນ, ຝ່າຍຄ້ານຢູແກຼນ ສືບຕໍ່ກະກຽມໃຫ້ແກ່ບັ້ນແຫ່ຂະບວນປະທ້ວງຂະໜາດໃຫ່ຍຄັ້ງທີ 2 ເພື່ອກໍ່ກຳລັງດັນຕໍ່ລັດຖະບານ. ບັນດາສະມາຊິກລັກຖະສະພາພັກ “ບັນດາເຂດ“ ຂອງປະທານາທິບໍດີ Viktor Yanukovych ໃຫ້ຮູ້ວ່າໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ Mykola Azarov ດຳເນີນການປະຕິຮູບ 90 % ພາກສ່ວນລັດຖະບານໂດຍທັນທີ່. ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນການປະຊຸມລັບຂອງບັນດາທ່ານສະມາຊິກພັກ “ບັນດາເຂດ“ ກັບສະມາຊິກລັດຖະບານທັງໝົດໃນວັນທີ 16/12 . ກ່ອນໜ້ານັ້ນ, ປະທານາທິບໍດີ Viktor Yanukovych ກ່າວເຕືອນວ່າຈະຄັດເຂ່ຍບັນດາເຈົ້າໜ້າທີ່ຮຽບຮຽງຂໍ້ຕົກລົງຮ່ວມສຳພັນກັບສະຫະພາບເອີລົບ (ອີຢູ)./.