ພັກຊີຮີຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ເກຼກ
ພັກຊີຮີຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ເກຼກ
(ພາບ:businessinsider.com.au)
(vovworld) - ໝາກຜົນທາງການໃຫ້ເຫັນວ່າ, ພັກຝ່າຍຊ້າຍຊີຣີ ຂອງການນຳ Alexis Tsipras ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາຢູ່ ເກຼກ ດ້ວຍຈຳນວນບັດສະໜັບສະໜູນກວມ 35,54%, ເມື່ອທຽບໃສ່ 28,07% ເຊິ່ງພັກຝ່າຍຄ້ານ ປະຊາທິປະໄຕໃໝ່ ຮັກສາເດີມ ຍາດໄດ້. ພາຍຫຼັງປະກາດຜົນແຫ່ງການເລືອກຕັ້ງຢ່າງເປັນທາງການ, ທ່ານ Alexis Tsipras ໄດ້ຢືນຢັນຂ່າວທີ່ວ່າ, ຊີຣີ ຈະຮ່ວມສຳພັນກັບພັກຊາວ ເກຼກ ເອກະລາດ (ANEL) ຕາມລັດທິຊົນຊາດ. ໃນຂະນະນັ້ນ, ການນຳ ANEL, ທ່ານ Panos Kammenos, ໃຫ້ຮູ້ວ່າ, ທ່ານຈະພົບປະກັບທ່ານ Alexis Tsipras ເພື່ອປຶກສາຫາລືກ່ຽວກັບບັນຫານີ້. ເຖິງຢ່າງໃດກໍ່ຕາມ, ພັນທະມິດຊີຣີ - ANEL ອາດບັນລຸໄດ້ພຽງ 155 ທີ່ນັ່ງໃນລັດຖະສະພາລວມມີ 300 ທີ່ນັ່ງ, ເມື່ອທຽບໃສ່ 162 ທີ່ນັ່ງເຊິ່ງພັນທະມິດນີ້ ຍາດມາໄດ້ໃນການເລືອກຕັ້ງເມື່ອເດືອນ 1 ປີນີ້.