( vovworld ) - ພັກປະຊາຊົນກຳປູເຈຍ ( CPP ) ຫາກໍ່ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາຂັ້ນຕາແສງຄັ້ງທີ 3 ທີ່ສິ້ນສຸດລົງໃນວັນທີ 3/6. ໄຊຊະນະນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວກະກຽມສຳຄັນທີ່ສຸດໃຫ້ແກ່ພັກປະຊາຊົນກຳປູເຈຍ ກອນການເລືອກຕັ້ງສະພາແຫ່ງຊາດທົ່ວປະເທດໃນປີ 2013, ເປີດຊ່ອງທາງໃຫ້ແກ່ພັກການເມືອງຂອງທ່ານນາຍົກລັດຖະມົນຕີ Hun Sen ສືບຕໍ່ບົດບາດຊີ້ນຳນຳພາປະເທດແຫ່ງວັດວາອາຣາມ. ຕາມໝາກຜົນຂອງການນັບບັດໃນເບື້ອງຕົ້ນ, ພັກປະຊາຊົນກຳປູເຈຍ ຍາດໄດ້ບັດສະໜັບສະໜູນລື່ນກາຍພັກອື່ນໆຢູ່ສະພາຕາແສງເກືອບທັງໝົດຢູ່ 24 ແຂວງ, ນະຄອນໃນທົ່ວປະເທດ, ດ້ວຍອັດຕາບັດສະໜັບສະໜູນປະມານ 70%. ທ່ານ Rithy ຫົວໜ້າໂທລະພາບ Hong Mesa ຂອງກຳປູເຈຍ ຖືວ່າ ໝາກຜົນຂອງການເລືອກຕັ້ງໄດ້ສ່ອງແສງໃຫ້ເຫັນຄວາມໄວເນື້ອເຊື່ອໃຈຂອງປະຊາຊົນຕໍ່ລັດຖະບານລາຊະວົງກຳປູເຈຍ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ Hun Sen. ກ່ອນຈັດການເລືອກຕັ້ງ, ໝາກຜົນການຢັ່ງຫາງສຽງໂດຍສະຖາບັນສະທາລະນະລັດສາກົນຂອງອາເມລິກາ ປະກາດວ່າ, ໄດ້ສະແດງໃຫ້ເຫັນວ່າມີປະຊາຊົນກຳປູເຈຍ 84% ສະແດງການສະໜັບສະໜູນຕໍ່ບົດບາດນຳພາຂອງພັກປະຊາຊົນກຳປູເຈຍ.