ທ່ານ Toru Hashimoto
ພາບ:cdn.japandailypress.com
|
(vovworld)- ວັນທີ 22/6, ພັກ JRP ຂອງຍີ່ປຸ່ນ ຊື່ງແມ່ນພັກໃຫຍ່ທີສອງຢູ່ ຍີ່ປຸ່ນ ຖືກຍຸບເລີກຢ່າງເປັນທາງການ ພາຍຫລັງວາລະປະຊຸມວິສາມັນທີ່ດຳເນີນໃນວັນດຽວກັນ ຢູ່ Osaka. ປະທານພັກຮ່ວມ ສອງທ່ານ ນັ້ນແມ່ນ ທ່ານ Toru Hashimoto, ເຈົ້າຄອງນະຄອນ Osaka ແລະ ທ່ານ Shintaro Ishihara, ອະດີດເຈົ້າຄອງນະຄອນ ໂຕກຽວ ຕົກລົງຍຸບເລີກພັກ JRP ຍ້ອນບັນດາຄວາມບໍ່ລົງລອຍກັນໃນການສຳພັນທະມິດກັບພັກສາມັກຄີ, ກໍແມ່ນພັກຝ່າຍຄ້ານຢູ່ ຍີ່ປຸ່ນ. ພາຍຫລັງຍຸບເລີກ, ປະທານພັກຮ່ວມສອງທ່ານຂອງພັກ IRP ລ້ວນແຕ່ມີແຜນການສ້າງຕັ້ງພັກການເມືອງສະເພາະ, ໃນນັ້ນ ພັກການເມືອງຂອງທ່ານ Toru Hashimoto ຈະຮັກສາຊື່ຂອງພັກເກົ່າໄວ້.