ພັກຝ່າຍຄ້ານໃຫຍ່ສຸດຍີ່ປຸ່ນ ເລີ່ມດຳເນີນການຄັດເລືອກການນຳຄົນໃໝ່

(VOVWORLD) - ດ້ວຍການໜູນຫຼັງຂອງບັນດາສະມາຊິກໃນ CDPJ ແລະ ທ່ານສະມາຊິກລັດຖະສະພາ Ichiro Ozawa, ຜູ້ມີອິດທິພົນຊື່ສຽງໃນ DPFP, ອາດສາມາດເປັນໄປໄດ້ວ່າ ທ່ານ Yukio Edano ຈະຍາດໄດ້ໄຊຊະນະໃນການຊ່ວງເສັງນີ້.

ພັກຝ່າຍຄ້ານໃຫຍ່ສຸດຍີ່ປຸ່ນ ເລີ່ມດຳເນີນການຄັດເລືອກການນຳຄົນໃໝ່ - ảnh 1 ທ່ານ Yukio Edano

(ພາບ: Reuters)

ວັນທີ 07 ກັນຍາ, ພັກຝ່າຍຄ້ານໃຫຍ່ສຸດຂອງຍີ່ປຸ່ນ, ເຊິ່ງໄດ້ສ້າງຕັ້ງບົນພື້ນຖານກົດໝາຍໂຮມພັກປະຊາທິປະໄຕສ້າງລັດຖະທຳມະນູນຍີ່ປຸ່ນ (CDPJ) ແລະ ພັກປະຊາທິປະໄຕເພື່ອປະຊາຊົນ (DPFP), ເລີ່ມເຄື່ອນໄຫວບັ້ນຫາສຽງເລືອກຕັ້ງເພື່ອເລືອກເອົາການນຳຄົນໃໝ່. ເຂົ້າຮ່ວມການຊ່ວງເສັງກັບຜູ້ນຳໜ້າພັກຝ່າຍຄ້ານນີ້ມີທ່ານ Yukio Edano, ອາຍຸ 56 ປີ ພວມດຳລົງຕຳແໜ່ງປະທານ CDPJ ແລະ ທ່ານ Kenta Izumi, ອາຍຸ 46 ປີ, ປະທານສະພາຄົ້ນຄວ້ານະໂຍບາຍ DPFP.

          ຕາມຂໍ້ສັງເກດຂອງວົງການນັກໄຈ້ແຍກແລ້ວ, ດ້ວຍການໜູນຫຼັງຂອງບັນດາສະມາຊິກໃນ CDPJ ແລະ ທ່ານສະມາຊິກລັດຖະສະພາ Ichiro Ozawa, ຜູ້ມີອິດທິພົນຊື່ສຽງໃນ DPFP, ອາດສາມາດເປັນໄປໄດ້ວ່າ ທ່ານ Yukio Edano ຈະຍາດໄດ້ໄຊຊະນະໃນການຊ່ວງເສັງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ