ພັກສັງຄົມຍາດໄດ້ບັດສະໜັບສະໜູນສ່ວນຫຼາຍ
(ພາບ:vov.vn)
( vovworld ) – ດ້ວຍອັດຕາສ່ວນ 320 ໃນຈຳນວນ 577 ທີ່ນັ່ງສະມາຊິກສະພາແຫ່ງຊາດ, ພັກສັງຄົມຝະລັ່ງ ແລະ ບັນດາພັກຝ່າຍຊ້າຍພັນທະມິດຍາດໄດ້ໄຊຊະນະທີ່ໃຫ່ຍຫຼວງ, ລື່ນກາຍຈຳນວນບັດສະໜັບສະໜູນທີ່ຈຳເປັນໃນການເລືອກຕັ້ງສະພາແຫ່ງຊາດຝະລັ່ງ ຮອບທີ 2 ເມື່ອວັນທີ 17/6. ແຕ່ໄຊຊະນະຄັ້ງນີ້ກໍ່ຍັງບໍ່ທັນເຕັມສ່ວນເທື່ອສຳລັບພັກສັງຄົມ ຂະນະທີ່ທ່ານນາງ Segolene Royal ອະດີດຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີຝະລັ່ງ ຊື່ງແມ່ນຜູ້ທີ່ພັກນີ້ໄດ້ຝາກຄວາມຫວັງທີ່ສຸດນັ້ນ ບໍ່ໄດ້ຮັບໄຊຊະນະໃນຮອບເລືອກຕັ້ງຄັ້ງນີ້. ນອກຈາກນັນແລ້ວ, ພັກແນວໂຮມຊົນຊາດຝ່າຍຂວາໄດ້ຮັບໄຊະນະໃນ 2 ຮອບເລືອກຕັ້ງ ແລະ ເລືອ່ງຫຼານສາວຂອງອະດີດປະທານພັກນີ້, ທ່ານນາງ Jean Marie Le Pen Marion Marechal Le Pen ອາຍຸ 22 ປີ, ໄດ້ຮັບໄຊຊະນະ, ກາຍເປັນສະມາຊິກສະພາແຫ່ງຊາດໜຸ່ມກ່ວາໝູ່ໃນປະຫວັດສາດແຫ່ງປະເທດຝະລັ່ງ ກໍ່ໄດ້ສ້າງການທ້າທາຍອັນບໍ່ໜ້ອຍສຳລັບພັກສັງຄົມ. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກຖືວ່າ, ເລື່ອງພັກສັງຄົມກຳອຳນາດຍາດໄດ້ໄຊຊະນະແມ່ນສັນຍານສະແດງໃຫ້ເຫັນວ່າ ຊາວຝະລັ່ງປາດຖະໜາ ແລະ ເຊື່ອໝັ້ນຕໍ່ລັດຖະບານທີ່ເຂັ້ມແຂງ ແລະ ມີຄວາມເປັນເອກະພາບ ເພື່ອແນໃສ່ນຳປະເທດຊາດຜ່ານຜ່າໄລຍະວິກິດການໃນປະຈຸບັນໄດ້.