ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເຊັກໂກ ເຈືອງແມ້ງເຊີນ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 19/09, ຢູ່ Praha, ພັກກອມມູນິດເຊັກໂກ, ຄະນະບໍລິການງານສູນກາງພັກກອມມູນິດເຊັກໂກ - Morava (KSCM), ໄດ້ຈັດກອງປະຊຸມສຳມະນາກ່ຽວກັບແນວທາງພັດທະນາເສດຖະກິດ ແລະ ການຕ່າງປະເທດຂອງຫວຽດນາມ ພາຍໃຕ້ການຊີ້ນຳ, ນຳພາຂອງພັກກອມມູນິດຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເຊັກໂກ ເຈືອງແມ້ງເຊີນ ໄດ້ແຈ້ງໂດຍຫຍໍ້ບັນດາຜົນງານດ້ານເສດຖະກິດ ແລະ ການຕ່າງປະເທດທີ່ພົ້ນເດັ່ນຂອງຫວຽດນາມ ພາຍຫຼັງໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່. ກ່ຽວກັບການພົວພັນການຕ່າງປະເທດ, ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 185 ປະເທດ, ພ້ອມທັງຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນກັບ 224 ຕະຫຼາດຢູ່ທຸກທະວີບ. ຫວຽດນາມ ຍັງເຂົ້າຮ່ວມສັນຍາ 2 ຝ່າຍ ແລະ ຫຼາຍຝ່າຍ ກວ່າ 500 ສະບັບໃນຫຼາຍຂົງເຂດ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດເກືອບ 260 ຕື້ USD. ກ່ຽວກັບການພົວພັນຕາມລະບົບພັກ, ປະຈຸບັນ, ພັກກອມມູນິດຫວຽດນາມ ມີການພົວພັນກັບກວ່າ 200 ພັກການເມືອງ, ໃນນັ້ນສ່ວນຫຼາຍແມ່ນພັກກອມມູນິດ - ກຳມະກອນ, ໃນນັ້ນມີການພົວພັນທີ່ເປັນມູນເຊື້ອກັບ KSCM. ທ່ານເອກອັກຄະລັດຖະທູດ ເຈືອງແມ້ງເຊີນ ກໍແຈ້ງໃຫ້ບັນດາສະມາຊິກພັກກອມມູນິດເຊັກໂກ ຊາບກ່ຽວກັບສະພາບການຢູ່ທະເລຕາເວັນອອກ ຫວ່າງມໍ່ໆມານີ້ ແລະ ກ່ຽວກັບແຜນນະໂຍບາຍຂອງຫວຽດນາມ ເດັດດຽວປົກປັກຮັກສາເອກະລາດ, ອະທິປະໄຕ, ຜື້ນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ແຜນນະໂຍບາຍແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ…