ທ່ານ ວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູກກາງພັກ |
(vovworld)- ວັນທີ 30/12, ຢູ່ຮ່າໂນ້ຍ, ທ່ານ ວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູກກາງພັກໄດ້ໃຫ້ການຕ້ອນຮັບທ່ານ Susuki keisuke ສະມາຊິກສະພາຕ່ຳ, ຫົວໜ້າຄະນະຊາວໜຸ່ມພັກປະຊາທິໄຕເສລີຍີປຸ່ນ. ທ່ານ ວໍ້ວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູກກາງພັກໄດ້ຕີລາຄາສູງບັນດາການເຄື່ອນໄຫວຢ່າງຕັ້ງໜ້າຂອງ ທ່ານ Susuki keisuke ໃນການຊຸກຍູ້ການພົວພັນລະຫວ່າງ 2 ພັກກຳອຳນາດ ແລະ ສະພາແຫ່ງຊາດຂອງ ສອງປະເທດ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງເລິກຫວຽດນາມ-ຍີປຸ່ນ.
ສ່ວນ ທ່ານ Susuki keisuke ສະມາຊິກສະພາຕ່ຳ, ຫົວໜ້າຄະນະຊາວໜຸ່ມພັກປະຊາທິໄຕເສລີຍີປຸ່ນຢືນຢັນວ່າ ພັກປະຊາທິໄຕເສລີຍີປຸ່ນຍາມໃດກໍຖືເປັນສຳຄັນການພົວພັນກັບພັກກອມູນິດຫວຽດນາມ ແລພ ຫວັງຍູ້ແຮງການພົວພັນຮ່ວມມືລະຫວ່າງຄະນະຊາວໜຸ່ມພັກປະຊາທິໄຕເສລີຍີປຸ່ນ ກັບຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ. ທ່ານ Susuki keisuke ຢືນຢັນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ພັກ, 2 ລັດໃນທຸກຂົງເຂດໃນໄລຍະທີ່ຈະມາເຖິງ.