(vovworld) – ຕອນເຊົ້າວັນທີ 16/4, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ມີການເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ Bulgaria Tsetska Tsacheva ທີ່ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ Bulgaria Tsetska Tsacheva ຈະເປີດໄລຍະພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ ຢ່າງຮອບດ້ານ ແລະ ມີປະສິດທິຜົນກ່ວາ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເວົ້າວ່າ:
“ຂ້າພະເຈົ້າຊົມເຊີຍທ່ານນາງປະທານສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ Bulgaria ມາຢ້ຽມຢາມປະເທດຂອງພວກຂ້າພະເຈົ້າ.ພວກເພື່ອນໄດ້ນຳເອົານ້ຳໃຈມິດຕະພາບ, ທີ່ເປັນມູນເຊື້ອອັນອົບອຸ່ນຈາກປະເທດດອກກຸຫຼາບທີ່ສວຍງາມມາໃຫ້ພວກຂ້າພະເຈົ້າ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ: ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວສຳຄັນ ເພື່ອໃຫ້ພວກເຮົາຊຸກຍູ້ການຮ່ວມມື ບໍ່ພຽງແຕ່ຂອງ 2 ສະພາແຫ່ງຊາດເທົ່ານັ້ນ ຫາກຂອງ 2 ປະເທດ ແລະ ປະຊາຊົນ 2 ປະເທດພວກເຮົາອີກດ້ວຍ”
ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ທ່ານນາງປະທານສະພາແຫ່ງຊາດ Bulgaria ໄດ້ເຫັນດີເປັນເອກະສັນວ່າ: ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ສົມທົບກັນ, ແລກປ່ຽນໃນບັນດາຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາ, ເປັນປະຖົມປັດໄຈເພື່ອຍົກສູງຂອບຂະໜາດ, ຄຸນນະພາບການຮ່ວມມືລະຫວ່າງ 2 ປະເທດກ່ວາອີກ, ພິເສດແມ່ນການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ຄົມມະນາຄົມປ້ອງກັນຄວາມສະຫງົບ ແລະ ພະລັງງານ. ພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ທ່ານນາງປະທານສະພາແຫ່ງຊາດ Tsetska Tsacheva ໄດ້ເຊັນບົດບັນທຶກຊ່ວຍຈຳດ້ວຍ 6 ເນື້ອໃນການຮ່ວມມື. 2 ຝ່າຍສົ່ງເສີມການທາບທາມຄວາມເຫັນລະຫວ່າງ 2 ລັດຖະບານຢູ່ບັນດາອົງການສາກົນຄື: ສະຫະປະຊາຊາດ, ອົງການການຄ້າໂລກ, ກໍຄືໃນການພົວພັນລະຫວ່າງສະຫະພາບເອີລົບ, ສະຫະພາບເອີລົບ - ອາຊຽນ ແລະ ເວທີປາໄສ ASEM ກັບຫວຽດນາມ. ການນຳສະພາແຫ່ງຊາດ 2 ປະເທດ ກໍໄດ້ເປັນສັກຂີພິຍານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ 2 ປະເທດ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ປະທານຄະນະກຳມະການແຫ່ງລັດກ່ຽວກັບຄວາມໝັ້ນຄົງດ້ານສື່ສານຂອງ Bulgaria ເຊັນເອກະສານຮ່ວມມື.