ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ

(VOVWORLD) -ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນ ບັນດາ ສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມໄດ້ຈັດຕັ້ງເວທີປາໄສວິທະຍາສາດ “ນະໂຍບາຍພັດທະນາ ພະລັງງານຜະລິດຄືນໃໝ່ໃນການຮັບປະກັນຄວາມໝັ້ນຄົງ ດ້ານພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ”.
ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ - ảnh 1 ເວທີປາໄສວິທະຍາສາດ “ນະໂຍບາຍພັດທະນາ ພະລັງງານຜະລິດ ຄືນໃໝ່ໃນການຮັບປະກັນຄວາມໝັ້ນຄົງ ດ້ານພະລັງງານ ແລະ         ປົກປັກຮັກສາສິ່ງແວດລ້ອມ”(ພາບ: baodatviet.vn)

ທີ່ເວທີປາໄສ, ບັນດານັກຊ່ຽວຊານ ຂະແໜງພະລັງງານຖືວ່າ ທ່າໄດ້ປຽບຂອງການພັດທະນາພະລັງງານຜະລິດຄືນໃໝ່ແມ່ນກໍ່ສ້າງໄວ, ເຄື່ອນໄຫວມີສະຖຽນລະພາບ, ແຫຼ່ງເຊື້ອເພີງໃຫ້ແກ່ພະລັງງານຜະລິດຄືນໃໝ່ທີ່ ມີຢູ່ທຸກທ້ອງຖິ່ນ ແລະ ລາຄາຂອງພະລັງງານຜະລິດຄືນໃໝ່ສາມາດແກ່ງແຍ້ງເທົ່າທຽມກັບພະລັງງານບໍ່ຜະລິດຄືນໃໝ່.

        ທ່ານ ເຈືອງຢຸຍເຫງີຍ, ປະທານສະມາຄົມວິທະຍາສາດຄວາມຮ້ອນ ຫວຽດນາມ ໄດ້ສະແດງວ່າ ເພື່ອພັດທະນາໄຟຟ້າຜະລິດຄືນໃໝ່, ພຽງແຕ່ສຸມໃສ່ໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມ, ເປັນຕົ້ນແມ່ນໃນຂະນະທີ່ ຫວຽດນາມ ມີເງື່ອນໄຂຢ່າງຄົບຖ້ວນເພື່ອພັດທະນາ 2 ແຫຼ່ງພະລັງງານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ