ພັດທະນາເຄື່ອງໝາຍການຄ້າໃຫ້ວິສາຫະກິດ
(ພາບປະກອບ)
(vovworld) – ວັນທີ 18/11, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມຂາຍຍ່ອຍຫວຽດນາມ ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ການລົງທຶນພັດທະນາເຄື່ອງໝາຍການຄ້າ ແລະ ລາຍຈ່າຍໂຄສະນາຂອງວິສາຫະກິດ”. ທີ່ກອງປະຊຸມສຳມະນາ, ຜູ້ແທນໄດ້ຖືວ່າ ບັນດາຊັບສົມບັດທີ່ບໍ່ມີຮູບຮ່າງຄື: ຊັບສິນທາງປັນຍາ, ກຳມະສິດເຕັກໂນໂລຊີ ແລະ ຜະລິດຕະພັນ, ລະບົບ ແລະ ເຄື່ອງໝາຍການຄ້າ ເບິ່ງລວມແລ້ວບໍ່ໄດ້ຮັບຄວາມສົນໃຈຢ່າງສົມເຫດສົມຜົນ. ສະນັ້ນ, ປະຈຸບັນ ຫວຽດນາມ ຍັງບໍ່ທັນມີເຄື່ອງໝາຍການຄ້າລະດັບພາກພື້ນ ແລະ ໂລກ. ເພື່ອສ້າງເຄື່ອງໝາຍການຄ້າລະດັບສາກົນ ແຕ່ມີສີສັບຫວຽດນາມ ໃຫ້ໄດ້, ທ່ານນາງ ຟ້າມທິທຸຮັ່ງ, ເລຂາຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ.
“ພວກເຮົາຕ້ອງປ່ຽນຈີນຕະນາການກ່ຽວກັບເຄື່ອງໝາຍການຄ້າ, ຈາກວິໄສທັດຍຸດທະສາດເຖິງວິໄສທັດໄລຍະຍາວ ແລະ ມີລັກສະນະຍຸດທະສາດ; ຈາກບັນດາການເຄື່ອນໄຫວໂຄສະນານ້ອຍ ເຖິງການເຄື່ອນໄຫວສ້າງເຄື່ອງໝາຍການຄ້າຄືດດັ່ງຍຸດທະສາດສັງລວມ. ພິເສດແມ່ນຕ້ອງຖືການສ້າງເຄື່ອງໝາຍການຄ້າຄືແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ເຊິ່ງໄດ້ຮັບການຊີ້ນຳ ນຳພາຈາກບັນດາການນຳວິສາຫະກິດ.”