ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານນັບທັງ 4 ເສົ້າຄຳ້
(ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານນັບທັງ 4 ເສົ້າຄຳ້)
(vovworld) – ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານບົ່ນ 4 ເສົ້າຄຳ້ເຊິ່ງລວມມີແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ.
ທີ່ກອງປະຊຸມຄັ້ງທຳອິດຄະນະກຳມະການແຫ່ງຊາດກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໃນຕອນເຊົ້າວັນທີ 26/06, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງແທດຈິງ, ສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ… ແຕ່ວ່າ, ມີບາງຂົງເຂດພັດທະນາຍັງຊັກຊ້າຢູ່ ແລະ ປະສິດທິຜົນບໍ່ທັນສູງ ຍ້ອນກົນໄກບໍ່ທັນເໝາະສົມ, ບໍ່ທັນເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດໄດ້. ທ່ານນາຍົກລັດຖະມົນຕີສະເໜີວ່າ ການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານທັງປະຕິບັດຢ່າງຂ້ຽວຂາດ ແລະ ຄົບຊຸດຢູ່ທັງ 4 ເສົ້າຄຳ້, ຖືນີ້ແມ່ນວິທີຜະລິດໃໝ່, ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຍົກສູງຄວາມສາມາດຄຸມຄອງ, ມີປະສິດທິຜົນໃນການບໍລິຫານຂອງລັດຖະບານ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກ່າວວ່າ.
“ພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດ, ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍ, ມາດຕະການແກ້ໄຂເພື່ອປະຕິບັດຍຸດທະສາດ ຫວຽດນາມ ແມ່ນປະເທດມີເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຂງແຮງ ແລະ ບົນພື້ນຖານນີ້ ຫວຽດນາມ ຖືນີ້ເປັນວິທີຜະລິດໃໝ່. ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງປະຕິບັດຢ່າງເຂັ້ມງວດ, ຕັດສິນໃຈຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ວຽກງານບໍລິຫານ ເພື່ອຕອບສະໜອງຄວາມຕ້ອງການສະໜອງການບໍລິການນຳໃຊ້, ມີຜົນປະໂຫຍດໃຫ້ວິສາຫະກິດ ແລະ ປະຊາຊົນ”.