ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ
|
(vovworld) - ພາຍຫຼັງເຮັດວຽກເປັນເວລາ 6 ວັນ, ຕອນບ່າຍວັນທີ 21/3, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ວາລະປະຊຸມຄັ້ງທີ 8 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງ. ເມື່ອສະຫລຸບວາລະປະຊຸມຄັ້ງທີ 8, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ອົງການຮຽບຮຽງສົມທົບຢ່າງແໜ້ນແຟ້ນກັບບັນດາອົງການມີກວດກາຢັ້ງຢືນ ແລະ ບັນດາອົງການກ່ຽວຂ້ອງຄົ້ນຄ້ວາ, ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ, ປັບປຸງບັນດາຮ່າງກົດໝາຍ ກ່ອນທີ່ຝາກເຖິງສະມາຊິກສະພາແຫ່ງຊາດເພື່ອຮັບເອົາຄຳເຫັນ.
ກ່ອນໜ້ານັ້ນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຖືວ່າ ສິນໃນນ້ຳບໍ່ແມ່ນແຫຼ່ງຊັບພະຍາກອນບໍ່ໝົດຈັກເທື່ອ, ຕ້ອງໄດ້ຮັບການຮັກສາ ແລະ ມີຍຸດທະສາດພັດທະນາແບບຍືນຍົງ. ນັ້ນແມ່ນຄຳເຫັນຂອງສະມາຊິກຄະນະປະຈຳສະພາແຫ່ງຊາດ ເມື່ອປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ). ບັນດາຄຳເຫັນປຶກສາຫາລືໄດ້ເຫັນດີກັບຮ່າງກົດໝາຍກຳນົດບັນດານະໂຍບາຍລະອຽດກ່ຽວກັບການລົງທຶນ, ໜູນຊ່ວຍດ້ານລາຍຈ່າຍ, ນະໂຍບາຍສົ່ງເສີມໃຫ້ບັນດາການເຄື່ອນໄຫວສິນໃນນ້ຳພັດທະນາ. ພ້ອມທັງເລື່ອງຂຸດຄົ້ນສິນໃນນ້ຳຕ້ອງໄດ້ຄຸ້ມຄອງເພື່ອຮັກສາ, ຟື້ນຟູແຫຼ່ງສິນໃນນ້ຳຢ່າງເໝາະສົມ ແລະ ຍືນຍົງ.
ຜ່ານການປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດ ໄດ້ຕີລາຄາສູງການກະກຽມຢ່າງລອບຄອບຖີ່ຖ້ວນ, ລະອຽດຂອງຄະນະຮຽບຮຽງ, ຮ່າງກົດໝາຍໄດ້ຫັນບັນດາທັດສະນະ, ແຜນນະໂຍບາຍ, ແນວທາງການພັດທະນາຂອງພັກ ແລະ ລັດ ໃນການພັດທະນາຂະແໜງສິນໃນນ້ຳເປັນຂໍ້ກຳນົດກົດລະບຽບ. ຮ່າງກົດໝາຍໄດ້ສ້າງເງື່ອນໄຂສະດວກ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ບັນດາອົງການ, ສ່ວນບຸກຄົນເຂົ້າຮ່ວມການເຄື່ອນໄຫວສິນໃນນ້ຳ, ຍູ້ແຮງການພັດທະນາສິນໃນນ້ຳກາຍເປັນຂະແໜງເສດຖະກິດຕາມບັນດາມູນຄ່າ, ຕອບສະໜອງຄຳຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ການເຊື່ອມໂຍງສາກົນ.