ພຸດທະສາສະນິກະຊົນທົ່ວປະເທດຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ

(VOVWORLD) -ວັນບຸນຫໍ່ເຂົ້າປະດັບດິນບໍ່ພຽງແຕ່ເພື່ອຕອບບຸນແທນຄຸນບັນພະບຸລຸດເທົ່ານັ້ນ, ຫາກຍັງໄດ້ຕອບບຸນແທນຄຸນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດອີກດ້ວຍ. 

ພຸດທະສາສະນິກະຊົນທົ່ວປະເທດຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ - ảnh 1 ທ່ານ ເຈືອງຮ່ວາບິ່ງ ໄປອວຍພອນວັນບຸນຫໍ່ເຂົ້າປະດັບດິນຢູ່ວັດ ວິ້ງງຽມ

 (ພາບ: VGP)

ຕອນເຊົ້າວັນທີ 30 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ໄດ້ໄປອວຍພອນວັນບຸນຫໍ່ເຂົ້າປະດັບດິນຢູ່ວັດ ວິ້ງງຽມ ແລະ ຫ້ອງການ 2 - ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ນະຄອນໂຮ່ຈີມິນ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ ວັນບຸນຫໍ່ເຂົ້າປະດັບດິນແມ່ນໜຶ່ງໃນບັນດາຄຸນຄ່າອັນໃຫຍ່ຫຼວງຂອງພຸດທະສາສະໜາ, ເໝາະສົມກັບການເຫຼື້ືອມໄຊບູຊາບັນພະບຸລຸດຂອງຊາດຫວຽດນາມ. ປີ 2020 ນີ້, ໃນເງື່ອນໄຂໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ ສະນັ້ນ ການຈັດວັນບຸນດັ່ງກ່າວແມ່ນບໍ່ເທົ່າກັບປີກ່ອນໆນີ້, ແຕ່ຈິດໃຈຂອງວັນບຸນເຂົ້າປະດັບດິນ ແມ່ນຍັງຄົບຖ້ວນ.

ຜູ້ຕ່າງໜ້າພະສົງສຳມະເນັນ, ພຸດທະສາສະນິກກະຊົນ, ພະມະຫາອາຈານ ທິ໊ກທ້ຽນເຍິນ, ປະທານສະພາບໍລິຫານງານພຸດທະສາສະໜາຫວຽດນາມ ຢືນຢັນທັດສະນະຂອງພຸດທະສາສະໜາ ກ່ຽວກັບວັນບຸນຫໍ່ເຂົ້າປະດັບດິນບໍ່ພຽງແຕ່ເພື່ອຕອບບຸນແທນຄຸນບັນພະບຸລຸດເທົ່ານັ້ນ, ຫາກຍັງໄດ້ຕອບບຸນແທນຄຸນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ