ພິທີງານສົບລະດັບຊາດ ທ່ານພົນເອກຫວໍ້ງວຽນຢາບ ໄດ້ຮັບການຕີລາຄາສູງ ຈາກຫາງສຽງ

ພິທີງານສົບລະດັບຊາດ ທ່ານພົນເອກຫວໍ້ງວຽນຢາບ ໄດ້ຮັບການຕີລາຄາສູງ ຈາກຫາງສຽງ - ảnh 1
 (ພາບ:TTXVN)

 (vovworld)-​​​​ ​ ພິທີ​ງານ​ສົບ​ລະດັບ​ຊາດ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ຮັບ​ການຈັດຕັ້ງຂຶ້ນ​ຢ່າງ​ສົມ​ກຽດ, ຖືກຕ້ອງ​ຕາມ​ພິທີການ, ລອບ​ຄອບ​ທີ່​ຖ້ວນ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃນ​ໝູ່ ປຊຊ ຫວຽດນາມ, ຄອບຄົວທ່ານ​ພົນ​ເອກ ​ແລະ ຄວາມ​ເຄົາລົບ​ນັບຖື​ຈາກ​ເພື່ອນ​ມິດສາ​ກົນ. ນັ້ນ​ແມ່ນ​ຂໍ້​ໃຫ້​ສັງ​ເກດ​ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ ຂອງຄະນະ​ຈັດຕັ້ງພິທີ​ງານ​ສົບ​ລະດັບ​ຊາດ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ຫົວໜ້າຄະນະ​ຈັດຕັ້ງພິທີ​ງານ​ສົບ​ລະດັບ​ຊາດທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເປັນ​ປະທານ . ທີ່​ການ​ປະຊຸມ, ຜູ້ຕາງໜ້າ​ຄອບຄົວ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກ​ເຊິ່ງຕໍ່​ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ, ລັດຖະບານ, ພິ​ເສດ​ແມ່ນ​ຄະນະ​ຈັດຕັ້ງພິທີ​ງານ​ສົບ​ລະດັບ​ຊາດ ​ແລະ ບັນດາ​ອົງການ​ໄດ້​ປະສານ​ສົມທົບ​ກັນ​ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ອາລົມ​ຈິດ ​ເພື່ອ​ໃຫ້ພິທີ​ງານ​ສົບທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ດຳ​ເນີນ​ໄປ​ດ້ວຍ​ດີ, ລອບ​ຄອບ​ທີ່​ຖ້ວນ, ປອດ​ໄພ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຂົ້າຮ່ວມ​ຂອງ​ກອງທັບ, ຕຳຫຼວດ ​ແລະ ຊາວ​ໜຸ່ມ​ອາສາ​ສະໝັກ./.

ຂ່າວ/ບົດ​ອື່ນ