ພິ​ທີ​ປຸກ​ລະ​ດົມບັ້ນ “ກະ​ທຳ​ເພື່ອ​ເດັກ​ນ້ອຍ” - ໄຂ​ລະ​ດູ​ຮ້ອນ 2019

(VOVWORLD) - ລາຍການເດືອນກະທຳເພື່ອເດັກນ້ອຍປີນີ້ໄດ້ດຳເນີນດ້ວຍການເຄື່ອນໄຫວເພື່ອຕອບສະໜອງໃຫ້ແກ່ບັ້ນການ “ກະທຳເພື່ອເດັກນ້ອຍ” ຫຼາຍຢ່າງຄື: ການພົບປະກັບນັກສິລະປີນ, ນັກຊ່ຽວຊານກ່ຽວກັບເດັກນ້ອຍເພື່ອແນະນຳບາງທັກສະໃນການປ້ອງກັນຕົວໃຫ້ແກ່ນ້ອງນ້ອຍເຍົາວະຊົນ.
ພິ​ທີ​ປຸກ​ລະ​ດົມບັ້ນ “ກະ​ທຳ​ເພື່ອ​ເດັກ​ນ້ອຍ” - ໄຂ​ລະ​ດູ​ຮ້ອນ 2019 - ảnh 1ພິທີປຸກລະດົມບັ້ນ “ກະທຳເພື່ອເດັກນ້ອຍ” (ພາບ: hanoimoi.com.vn

ເຊື່ອມຕົວເຂົ້າກັບບັນຍາກາດເບີກບານມ່ວຍຊືນໃນວັນເດັກນ້ອຍສາກົນ 1 ມິຖຸນາ, ວັນທຳອິດຂອງເດືອນກະທຳເພື່ອເດັກນ້ອຍປີ 2019, ຢູ່ໜອງຮ່ວານກ້ຽມ, ຮ່າໂນ້ຍ, ຕອນເຊົ້າວັນທີ 1 ມິຖຸນາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນໄດ້ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະສັງຄົມ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຕັ້ງພິທີປຸກລະດົມບັ້ນການ “ກະທຳເພື່ອເດັກນ້ອຍ”, ໄຂລະດູຮ້ອນ ປີ 2019 ໂດຍມີການເຂົ້າຮ່ວມຂອງຊາວໜຸ່ມ, ເຍົາວະຊົນອະນຸຊົນຂອງນະຄອນຫຼວງຮ່າໂນ້ຍຫຼາຍກ່ວາ 1 ພັນຄົນເຊິ່ງຕາງໜ້າໃຫ້ເຍົາວະຊົນໃນທົ່ວປະເທດ. ລາຍການເດືອນກະທຳເພື່ອເດັກນ້ອຍປີນີ້ໄດ້ດຳເນີນດ້ວຍການເຄື່ອນໄຫວເພື່ອຕອບສະໜອງໃຫ້ແກ່ບັ້ນການ “ກະທຳເພື່ອເດັກນ້ອຍ” ຫຼາຍຢ່າງຄື: ການພົບປະກັບນັກສິລະປີນ, ນັກຊ່ຽວຊານກ່ຽວກັບເດັກນ້ອຍເພື່ອແນະນຳບາງທັກສະໃນການປ້ອງກັນຕົວໃຫ້ແກ່ນ້ອງນ້ອຍເຍົາວະຊົນ…ທີ່ພິທີປຸກລະດົມ, ມີນ້ອງນ້ອຍນັກຮຽນຂອງນະຄອນຮ່າໂນ້ຍ 50 ຄົນໄດ້ແຕ້ມຮູບດ້ວຍບັນດາຫົວຂໍ້ຕ່າງກັນ, ດ້ວຍຄວາມປາດຖະໜາວ່າຈະໄດ້ດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ບໍ່ມີການໃຊ້ຄວາມຮຸນແຮງ, ທຳຮ້າຍຮ່າງກາຍ, ມີບາດແຜ, ເພື່ອໃຫ້ນ້ອງໆມີເຍົາໄວທີ່ສົດໃສ, ມີເງື່ອນໄຂດີທີ່ສຸດໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່.

“ລູກແຕ້ນຮູບພາບນີ້ຍ້ອນວ່າລູກຢາກສົ່ງສານທີ່ວ່າ, ລູກປາດຖະໜາຢາກໃຫ້ທຸກໆຄອບຄົວໃນໂລກນີ້ລ້ວນແຕ່ມີຄວາມຜາສຸກ, ມີສັນຕິພາບ, ຍາມໃດກໍ່ເຕັມໄປດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ, ສຽງຫົວທີ່ເບີກບານມ່ວນຊື່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ