ສົ່ງອັດຖິທະຫານອາສາສະໝັກຫວຽດນາມກັບຄືນເມືອ
ບ້ານເກີດເມືອງນອນ
ພາບ:dantri.com
|
(vovworld)- ວັນທີ 25/4, ທີ່ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ເມືອງໂດເລືອງ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແຮວໂຮມປະເທດຊາດ ແຂວງ ເງ້ອານ ພ້ອມກັບກອງບັນຊາການທະຫານເຂດ 4, ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງພິທີປົ່ງສົບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ 31 ອັດຖິ ທີ່ຖືກເສຍສະຫລະຊີວິດຢູ່ ແຂວງ ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ປະເທດລາວ. ກ່ອນຫນ້ານັ້ນ ຢູ່ແຂວງ ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າ ພ້ອມກັບນັກບວດ ແລະ ຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດຕັ້ງພິທີໄຫວ້ອາໄລ ສົ່ງບັນດາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານກັບຄືນເມືອບ້ານເກີດເມືອງນອນ.