ພິທີປົ່ງສົບ ອະດີດປະທານາທິບໍດີ Nelson Mandela
photo:internet
|
(vovworld)- ຕອນບ່າຍວັນທີ 15/12 ຕາມເວລາຫວຽດນາມ, ພິທີປົ່ງສົບ ອະດີດປະທານາທິບໍດີ ອາຟິຼກາໃຕ້ Nelson Mandela ຖືກດຳເນີນໄປຢູ່ ໝູ່ບ້ານ Qunu ຊື່ງແມ່ນບ້ານເກີດເມືອງນອນຂອງເພີ່ນ. ຄາດວ່າມີຜູ້ເຂົ້າຮ່ວມປະມານ 4500 ຄົນ, ໃນນັ້ນມີປະມຸກລັດຫລາຍປະເທດໃນໂລກ.
ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 14/12, ສົບຂອງອະດີດ ປະທານາທິບໍດີ ອາຟິຼກາໃຕ້ Nelson Mandela ຖືກນຳສົ່ງຈາກນະຄອນຫລວງ Pretoria ເຖິງ Qunu. ຊາວທ້ອງຖິ່ນນັບພັນຄົນໄດ້ຢືນເປັນແຖວຢູ່ສອງຟາກທາງເພື່ອສະແດງຄວາມເຄົາລົບນັບຖືອາໄລອາວອນຂະນະທີ່ລົດນຳສົ່ງສົບຂອງທ່ານອະດີດປະທານາທິບໍດີNelson Mandela ແລ່ນຜ່ານ. ບໍ່ພຽງແຕ່ຢູ່ Qunu ເທົ່ານັ້ນ, ພິທີສັ່ງລາອະດີດ ປະທານາທິບໍດີ Nelson Mandela ກໍຖືກຈັດຂຶ້ນຫລາຍແຫ່ງໃນທົ່ວປະເທດອາຟຼິກາໃຕ້.