ພິທີພາວະນາໃຫ້ ຜູ້ປະສົບເຄາະຮ້າຍ ຈາກອຸບັດຕິເຫດ ທາງຄົມມະນາຄົມ
(ພາບ: Hữu Khoa)
(vovworld) – ຕອນເຊົ້າວັນທີ 9/11, ຢູ່ວັດວິ້ງງຽມ, ເມືອງ 3, ນະຄອນໂຮ່ຈິມິນ, ຄະນະກຳມະການຄວາມປອດໄພແຫ່ງຊາດ ສົມທົບກັບສະມາຄົມພຸດທະສາສະໜາ ຫວຽດນາມ ຈັດພິທີພາວະນາຂໍໃຫ້ວິນຍານຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດທາງຄົມມະ ນາຄົມປີ 2014 ໄປສູ່ສຸຂະຕິ. ເຂົ້າຮ່ວມ ພິທີມີທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ດິງລາທັງ, ການນຳ ຄະນະກຳມະການຄວາມປອດໄພແຫ່ງຊາດ ແລະ ສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ, ພ້ອມດ້ວຍພະສົງສະມາເນັນ, ພຸດທາສາຊະນິກກະຊົນ ແລະ ຄອຍຄົວຜູ້ປະສົບເຄາະຮ້າຍເປັນຈຳນວນຫຼວງຫຼາຍ. ນັກບວດກ່ວາ 500 ອົງ ແລະ ພະສົງສະມາເນັນ, ພຸດທາສາຊະນິກກະຊົນ ແລະ ປະຊາຊົນມາຈາກທຸກສາລະທິດກ່ວາ 5000 ຄົນໄດ້ພາວະນາຂໍໃຫ້ດວງວິນຍານຂອງຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດທາງຄົມມະນາຄົມໄປສູ່ສຸຂະຕິ. ເນື່ອງໃນໂອກາດນີ້, ຄະນະກຳມະການຄວາມປອດໄພແຫ່ງຊາດຮຽກຮ້ອງໃຫ້ປະຊາຊົນທຸກຄົນຈົ່ງຍົກສູງສະຕິປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບຄວາມປອດໄພທາງຄົມມະນາຄົມ, ຮ່ວມແຮງຮ່ວມໃຈແບ່ງປັນຄວາມເສຍຫາຍກັບບັນດາຜູ້ປະສົບເຄາະ ຮ້າຍຈາກອຸບັດຕິເຫດທາງຄົມມະນາຄົມ ແລະ ຄອບຄົວຂອງເຂົາເຈົ້າ./.