ພິທີມອບລາງວັນ ການເສັງຂຽນ “ບັນດາແບບຢ່າງ ລຽບງ່າຍແຕ່ສູງສົ່ງ”

ພິທີມອບລາງວັນ ການເສັງຂຽນ “ບັນດາແບບຢ່າງ ລຽບງ່າຍແຕ່ສູງສົ່ງ”  - ảnh 1
ພິທີມອບ​ລາງວັນ​ການ​ເສັງ​ຂຽນ “ບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງ”
(ພາບ: daidoanket.vn)

(vovworld) – ຕອນ​ຄໍ່າ​ວັນ​ທີ 07/06, ຢູ່​ຮ່າ​ໂນ້ຍ, ​ໜັງສື່ພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງກອງ​ທັບ​ປະຊາຊົນຫວຽດນາມ), ​ໂທລະພາບ​ຫວຽດນາມ ​ແລະ ບາງ​ຫົວໜ່ວຍ​ອື່ນໆ ​ໄດ້​ຈັດລາຍການ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສີ​ລະ​ປະ​ທີ່​ມີ​ຫົວ​ຂໍ້ “ສົມ​ເປັນທະຫານ​ລຸ​ງໂຮ່” ​​ແລະ ພິທີມອບ​ລາງວັນ​ການ​ເສັງ​ຂຽນ “ບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງ” ຄັ້ງ​ທີ 5. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢືນຢັນ​ວ່າ: ການ​ເສັງ​ຂຽນ “ບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງ” ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​ເມື່ອ​ຫວຽດນາມ ພວມ​ຍູ້​ແຮງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຮໍ່າຮຽນ ​ແລະ ປະ​ຕິ​ບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໄດ້ມອບ​ລາງວັນ​ທີ 1 ​ໃຫ້ນັກ​ປະພັນ ຟານ​ຕ໋ຽນຢຸງ  ດ້ວຍ​ບັນດາ​ບົດ​ປະພັນ “ຜູ້​ສະ​ສົມ​ເອກະສານ​ທີ່​ລຳ້​ຄ່ານັບ​ພັນ​ຢ່າງກ່ຽວ​ກັບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ”. ບົດ​ປະພັນ​ໄດ້​ຂຽນ​ກ່ຽວ​ກັບ​ອ້າຍ ​ເຈີ່ນ​ທັ໋ງ, ​ເຊິ່ງ​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ​ແຕ່​ຍາມ​ໃດ​ອ້າຍ​ກໍ່​ອວາຍ​ໜ້າ​ສູ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ໄດ້​ສະ​ສົມ​ແຜນ​ທີ່​ກວ່າ 150 ​ແຜ່ນ ​ແລະ ປື້​ມ atlas 3 ຫົວມອບ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ພັດ​ທະນາ​ເສດຖະກິດ - ສັງຄົມ​ດ່າ​ນັ້ງ, ປະກອບສ່ວນ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ. ຄະນະ​ຈັດ​ຕັ້ງ​ກໍ່​ໄດ້​ມອບ​ລາງວັນ​ທີສອງ 2 ລາງວັນ, ທີສາມ 3 ລາງວັນ, ລາງວັນ​ຊົມ​ເຊີຍ 9 ລາງວັນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ