ພິທີມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 6
(ພາບ:congly.com.vn)
( vovworld ) – ຕອນຄ່ຳວັນທີ 21/6, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 6 ປີ 2011. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເນັ້ນໜັກວ່າ: ໃນໄລຍະປ່ຽນແປງໃໝ່ປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສື່ມວນຊົນຕ້ອງການເປັນກຳລັງຊຳນານງານ ແລະ ທັນສະໄໝ. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ຢືນຢັນວ່າ: ໃນ 87 ປີຜ່ານມາ, ໂດຍພາຍໃຕ້ການນຳພາຂອງພັກ, ລັດ, ການສະໜັບສະໜູນຂອງປະຊາຊົນ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ກາຍເປັນອາວຸດດ້ານແນວຄິດອັນແຫຼມຄົມ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປະຕິວັດຂອງພັກ ແລະ ປະຊາຊົນ ກໍ່ຄືກິດຈະການປ່ຽນໃໝ່ປະເທດຊາດ. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເນັ້ນໜັກວ່າ: ສື່ມວນຊົນຕ້ອງຄົ້ນພົບ ແລະ ສ່ອງແສງບັນດາປັດໄຈໃໝ່, ແບບຢ່າງວຽກດີຄົນເດັ່ນຢ່າງທັນການ ພ້ອມທັງຕຳນິຕິຕຽນ ແລະ ຍູ້ໄພຫຍໍ້ທໍ້ໃນສັງຄົມໃຫ້ຖອຍໄປ, ສົມກັບມູນເຊື້ອ 87 ປີຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ສະເໜີວ່າ:
“ນັກຂ່າວຫວຽດນາມກ່ວາ 17.000 ຄົນ ຕ້ອງຝືກຝົນຄຸນນະທາດຫວຽດນາມ ໃຫ້ໄດ້, ຕ້ອງມີຈິດໃຈຫວຽດນາມ, ພູມປັນຍາຫວຽດນາມ. ເປັນທີ່ຈະແຈ້ງແລ້ວວ່າ, ໃນໄລຍະປ່ຽນໃໝ່, ການເຊື່ອມໂຍງເຂົ້າກັບສາກົນ ແລະ ໃນຊີວິດອັນຟົດຟື້ນນີ້, ໃນຄວາມກ້າວໜ້າຂອງປະເທດຊາດຫວຽດນາມ, ສື່ມວນຊົນຫວຽດນາມ ຕ້ອງກາຍເປັນກຳລັງຊຳນານງານ ແລະ ທັນສະໄໝຢ່າງເດັດຂາດ“
ຮອງນາຍົກລັດຖະມົນຕີ Vu Van Ninh ມອບລາງວັນ B
(ພາບ:dantri.com.vn)
ໃນຈຳນວນ 153 ບົດຂຽນເຂົ້າຮອບແຂ່ງຂັນຊິງລາງວັນສື່ມວນຊົນລະດັບຊາດຄັ້ງທີ 6 ປີ 2011, ສະພາລາງວັນສື່ມວນຊົນລະດັບຊາດໄດ້ມອບລາງວັນໃຫ້ບົດຂຽນ 95 ບົດດ້ວຍ 2 ລາງວັນ A, 23 ລາງວັນ B, 39 ລາງວັນ C, 31 ລາງວັນຊົມເຊີຍ.