ພິທີລົງນາມບົດບັນທຶກ ຮ່ວມມືກໍ່ສ້າງເຮືອນແຫ່ງ ສາຍຈິດມິດໃຈ ຫວຽດນາມ - ສ.ເກົາຫຼີ ໃຫ້ຄົນທຸກຍາກ
ພິທີລົງນາມບົດບັນທຶກຮ່ວມມືກໍ່ສ້າງ
ເຮືອນແຫ່ງສາຍຈິດມິດໃຈ ຫວຽດນາມ - ສ.ເກົາຫຼີ
(ພາບ: vietnamplus.vn)
(vovworld) - ພິທີລົງນາມບົດບັນທຶກຮ່ວມມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ຫວຽດນາມ - ສ.ເກົາຫຼີ ໃຫ້ຄົນທຸກຍາກຢູ່ 6 ແຂວງທາງພາກໃຕ້ຫວຽດນາມ ດຳເນີນໄປໃນຕອນເຊົ້າວັນທີ 24/04, ຢູ່ນະຄອນໂຮ່ຈິມິນ, ໂດຍສູນວັດທະນະທຳສ.ເກົາຫຼີ ແລະ ສະມາຄົມຊາວສ.ເກົາຫຼີ ອາໄສຢູ່ຫວຽດນາມ ຈັດຕັ້ງ. ເຊິ່ງຕາມນັ້ນແລ້ວ, ໃນປີ 2014, ໂຄງການຈະກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 40 ຫຼັງ ໃຫ້ຄົນທຸກຍາກຢູ່ບັນດາແຂວງ: ລອງອານ, ກຽນຢາງ, ວິງລອງ, ບິ່ງດິ້ງ, ດັກຫຼັກ ແລະ ກ່າເມົາ, ໂດຍບໍລິສັດປະກັນໄພ Hanwha Life (ສ.ເກົາຫຼີ) ອຸປະຖຳ.
ທ່ານ Kim Ki Young, ຫົວໜ້າສະຖາບັນສູນວັດທະນະທຳສ.ເກົາຫຼີ ປະຈຳນະຄອນໂຮ່ຈິມິນ (ACEF) ປາດຖະໜາວ່າ ຈາກບັນດາໂຄງການນີ້ ACEF ຢາກປະກອບສ່ວນຍົກສູງການພົວພັນແລກປ່ຽນດ້ານວັດທະນະທຳ ແລະ ການພົວພັນມິດຕະພາບລະຫວ່າງ 2 ປະເທດກວ່າອີກ.
ທີ່ພິທີລົງນາມ, ທ່ານເລວັນຮົ່ງ, ປະທານສະມະຄົມບັນດາອົງການມິດຕະພາບແຂວງ ກຽນຢາງ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າມີຄວາມພາກພູມໃຈ ຍ້ອນບັນດາເຮືອນຫຼັງນີ້ ຈະຊ່ວຍໃຫ້ຜູ້ທຸກຍາກມີເງື່ອນໄຂບື່ນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຜ່ານນີ້ ຈະເພີ່ມທະວີຄວາມສາມັກຄືມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນສ.ເກົາຫຼີ ໃຫ້ນັບມື້ນັບພັດທະນາແບບຍືນຍົງ ແລະ ເຂົ້າສູ່ລວງເລິກ”.