ພິທີລົງນາມໃນຂໍ້ຕົກລົງ ຮ່ວມມືດ້ານການສຶກສາ ແລະບຳລຸງສ້າງ ຫວຽດນາມ-ອົດສະຕາລີ

ພິທີລົງນາມໃນຂໍ້ຕົກລົງ ຮ່ວມມືດ້ານການສຶກສາ ແລະບຳລຸງສ້າງ ຫວຽດນາມ-ອົດສະຕາລີ - ảnh 1
(ພາບ:
TTXVN)

 (vovworld)-​​​​ ກ່າວ​ຄຳ​ເຫັນ​ທີ່ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ-​ອົດສະ​ຕາ​ລີ ຈັດ​ຂຶ້ນ​ໃນຕອນ​ບ່າຍວັນ​ທີ 24/10, ທ່ານ​ຟ້າມຫວູ້ລ້ວນ ລັດຖະມົນຕີ​ກະຊວງ ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ເນັ້ນໜັກ​ວ່າ: ອົດ​ສະ​ຕາ​ລີ ​ແມ່ນ​ປະ​ເທດ​ໄດ້​ໜູ​ນຊ່ວຍ​ຫວຽດນາມ ຫຼາຍ​ກ່ວາ​ໝູ່​ໃນ​ຂົງ​ເຂດສຶກສາ ​ແລະ ບຳລຸງ​ສ້າງຂັ້ນມະຫາວິທະຍາ​ໄລ, ​ເໜືອມະຫາວິທະຍາ​ໄລ ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ. ນອກຈາກ​ບັນດາ​ໂຄງການ​ໃຫ້​ທຶນ​ສຶກສາ, ມະຫາວິທະຍາ​ໄລຫວຽດນາມ ຫຼາຍ​ແຫ່ງ​ຍັງ​ມີ​ບັນດາ​ໂຄງການ​ຮ່ວມ​ມມື​ບຳລຸ​ງງສ້າງ​ຂັ້ນມະຫາວິທະຍາ​ໄລ ​ແລະ ​ເໜືອມະຫາວິທະຍາ​ໄລກັບ​ບັນດາ ມະຫາວິທະຍາ​ໄລ​ຂອງ​ອົດ​ສະ​ຕາ​ລີ. ທ່ານລັດຖະມົນຕີ​ກະຊວງ ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຟ້າມຫວູ້ລ້ວນ ເນັ້ນໜັກ​ວ່າ:

   “​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຂອບ​ຂະໜາດ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ​ອົດ​ສະ​ຕາ​ລີ​ ​ແລ​ະ ຫວຽດນາມ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ການ​ຊ່ວຍ​ເຫຼືອ​ມຸ້ງ​ໄປ​ສູ່​ຄຸນ​ນະພາ​ບ ​ແລະ ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ບັນຫາ​ປ່ຽນ​ໃໝ່​ການ​ສຶກສາ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ: ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຄັ້ງນີ້​ຈະ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະ​ນາ​ໃໝ່, ປະກອບສ່ວນ​ປັບປຸງ, ​ເປີດ​ກ້ວາງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ລະ​ຫວ່າງ​ອົດ​ສະ​ຕາ​ລີ​ ​ແລ​ະ ຫວຽດນາມ ​ໃຫ້
ຂ່າວ/ບົດ​ອື່ນ