ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກວາງນາມ

ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກວາງນາມ - ảnh 1
(​​ພິທີ​​ລົງມືກໍ່ສ້າງ​ກິດຈະກຳສະ​ເຫຼີ​ມສະຫຼອງ 40 ປີ
ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ​ກວາງ​ນາມ)


(vovworld) – ພິທີລົງມືກໍ່ສ້າງກິດຈະກຳສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກວາງນາມ, ນັ້ນ​ແມ່ນ​ບັນດາ​ກິດຈະກຳ​ກໍ່ສ້າງ​ຂົວ​ຢາ​ວທຸຍ ​ແລະ ​ໂຄງການ​ເຂດ​ອຸດສາຫະກຳ​ປະສົມ, ​ເສັ້ນ​ຝ້າ​ຍ​, ຕໍ່າ​ແຜ່ນ, ຍ້ອມສີ, ຕັດຫຍິບ ​ເກ​ວ້​ເຊີນ, ​ໂດຍ​ກຸ່ມ​ບໍລິສັດ​ຕໍ່າ​ແຜ່ນຕັດຫຍິບ​ຫວຽດນາມ ​ເປັນ​ເຈົ້າ​ຂອງ​ລົງທຶນ. ກິດຈະກຳ​ຂົວ​ຢາ​ວທຸຍ​ເຊື່ອມ​ຕໍ່ 4 ​ເມືອງ​ຄື: ​ເມືອງ​ນົງ​ເຊີນ, ​ເມືອງ​ເກ​ວ້​ເຊີນ, ​ເມືອງ​ຢຸຍຊວຽນ ​ແລະ ​ເມືອງ​ດ້າຍ​ລົກ, ​ແຂວງ​ກວາງ​ນາມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໄປ-ມາ, ຮັບ​ໃຊ້​ວຽກ​ງານ​ກູ້​ໄພ​ກູ້​ຊີບ. ຂົວ​ມີ​ມີ​ຄວາມ​ຍາວ​ກວ່າ 1 km, ລວມຍອດ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ​ແມ່ນ 820 ກວ່າ​ຕື້​ດົງ. ໂຄງການ​ເຂດ​ອຸດສາຫະກຳ​ປະສົມ​ເສັ້ນ​, ຝ້າຍຕໍ່າ​ແຜ່ນ, ຍ້ອມສີ, ຕັດຫຍິບ ​ເກ​ວ້​ເຊີນ, ຢູ່​ຕາ​ແສງ​ ເຮືອງ​ອານ, ​ເມືອງ​ເກ​ວ້​ເຊີນ​ມີ​ຍອດ​ມູນຈຳນວນທຶນ​​ແມ່ນ 1.200 ກວ່າ​ຕື້​ດົງ, ​ໃນ​ເນື້ອ​ທີ່​ກວ່າ 10 ​ເຮັກຕາ. ກ່າວ​ຄຳ​ເຫັນ​ທີ່​ພິທີ​​ເລີ່​ມລົງມື​ກໍ່ສ້າງ​ກິດ​ຈະກຳ ທີ່​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 25/3, ຢູ່​ແຂວງ​ກວາງ​ນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ນັກ​ລົງທຶນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ກໍ່ສ້າງ​ໂຄງການ, ດຶງ​ດູດ​ຄົນ​ງານ​ພາຍ​ໃນ​ທ້ອງ​ຖິ່ນ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ, ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​​ເຂດ​ໂຄງການ.

ຂ່າວ/ບົດ​ອື່ນ