ທ່ານເລຂາທິການໃຫຍ່ Nguyen Phu Trong ກ່າວຄຳເຫັນທີ່ພິທີ
(ພາບ:.dantri.com.vn)
( vovworld ) – ຕອນເຊົ້າວັນທີ 6/9, ຢູ່ນະຄອນ Vinh ແຂວງ Nghe An ໄດ້ດຳເນີນພິທີລະນຶກວັນຄ້າຍວັນເກີດອະດີດເລຂາທິການໃຫຍ່ Le Hong Phong. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກຄອມມູນິດຫວຽດນາມ Nguyen Phu Trong , ປະທານສະພາແຫ່ງຊາດ Nguyen Sinh Hung, ອະດີດ ປະທານສະພາແຫ່ງຊາດ Nguyen Van An, ຮອງນາຍົກລັດຖະມົນຕີ Nguyen Xuan Phuc ພ້ອມດ້ວຍບັນດາທ່ານການນຳພັກ, ລັດ ແລະ ບັນດາຜູ້ນຳອະວຸໂສ ທຸກຖ້ວນໜ້າ; ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ: ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ Le Hong Phong ແມ່ນລູກສິດຜູ້ດີເລີດຂອງປະທານໂຮ່ຈິມິນ, ເປັນນັກກອມມູນິດທີ່ໜຽວແໜ້ນ, ເປັນການນຳທີ່ເກັ່ງກ້າສາມາດ, ແມ່ນນັກຮົບທີ່ສຸດຈິດສຸດໃຈຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ, ເພີ່ນໄດ້ອຸທິດສວ່ນຕະຫຼອດຊີວິດໃຫ້ແກ່ພາລະກິດເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ:
“ສະຫາຍ Le Hong Phong ໄດ້ເສຍສະຫຼະໃນຄາວອາຍຸ 40 ປີ, ເພີ່ນໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດ 20 ປີ, ດ້ວຍຄວາມອົງອາດກ້າຫານ, ສຸດຈິດສຸດໃຈ,ສະຫາຍ Le Hong Phong ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ປະເທດຊາດ. ສະຫາຍໄດ້ເປັນແບບຢ່າງອັນດີເດັ່ນໃນຄຸນສົມບັດການປະຕິວັດ, ມີຄວາມຮັກແພງຕໍ່ຄອບຄົວ, ບ້ານເກີດເມືອງນອນ, ປະເທດຊາດ, ຕະຫຼອດຊີວິດຂອງເພີ່ນໄດ້ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ສັດຊື່ບໍລິສຸດຜຸດຜ່ອງຕໍ່ກັບສະຫາຍ, ເພື່ອນມິດ “.